logo

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຕ້ອນຮັບນາຍົກລັດຖະມົນຕີລາວ

2020/8/14 | 10:52:56
(VOVWORLD) -ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ກວດກາຄືນການຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: VGP)

ຕອນເຊົ້າວັນທີ 14 ສິງຫາ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ພວມຢູ່ຫວຽດນາມ ເພື່ອເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຂອບໃຈບັນດາການນຳ ແລະ ປະຊາຊົນລາວ ອ້າຍນ້ອງກ່ຽວກັບອາລົມຈິດຄວາມຮັກແພງ ແລະ ການກະທຳອັນລ້ຳຄ່າທີ່ສະຫງວນໃຫ້ແກ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ຖືນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີພິເສດ, ສັດຊື່ບໍລິສຸດ, ຂາວແຈ້ງ, ຮຽງບ່າຮຽງໄຫຼ່, ແບ່ງປັນຄວາມສຸກຄວາມທຸກເຊິ່ງກັນແລະກັນລະຫວ່າງຫວຽດນາມ ແລະ ລາວ; ພ້ອມທັງແມ່ນໂອກາດເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດມີຄວາມເຂົ້າໃຈກ່ຽວກັບສາຍພົວພັນສັດຊື່ບໍລິສຸດ, ຂາວແຈ້ງ ແລະ ເປັນແບບຢ່າງລະຫວ່າງ 2 ພັກ, 2 ຊາດຫວຽດນາມ - ລາວ ຢ່າງຈະແຈ້ງກວ່າ.

        ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ກວດກາຄືນການຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ໝາກຜົນກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ; ຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມສຳຄັນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແລະ ບັນດາການກຳນົດທິດຍຸດທະສາດໃນໄລຍະ 2021 – 2025 ແລະ ຮອດປີ 2030.

TAG
VOV/VOVworld/ສັດ​ຊື່​ບໍ​ລິ​ສຸດ/ຂາວແຈ້ງ/ຮຽງ​ບ່າ​ຮຽງ​ໄຫຼ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ