logo

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

2018/3/17 | 10:55:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະໄດ້ເຂົ້າຮ່ວມວາລະກອງປະຊຸມຄົບຄະນະ ກ່ຽວກັບການເພີ່ມທະວີການເຊື່ອມຈອດ ອາຊຽນ - ອົດສະຕາລີ, ຄູ່ຮ່ວມມື ເສດຖະກິດອາຊຽນ - ອົດສະຕາລີ ແລະ ການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ - ອົດສະຕາລີ
 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ      ທີ່ ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

ຕອນບ່າຍວັນທີ 17 ມີນາ (ຕາມເວລາທ້ອງຖິ່ນ). ທີ່ນະຄອນຫຼວງ Sydney, ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcolm Turnbull ເປັນປະທານພິທີຕ້ອນຮັບບັນດາທ່ານຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໄດ້ເຊີນບັນດາຫົວໜ້າຄະນະເຂົ້າຮ່ວມງານລ້ຽງຕ້ອນຮັບ ລາຍການກອງທຶນສຶກສາ  Colombo ໃໝ່; ເຂົ້າຮ່ວມພິທີລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຕ້ານການກໍ່ການຮ້າຍລະຫວ່າງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ແລະ ລັດຖະບານອົດສະຕາລີ.

        ຕາມແຜນການແລ້ວ, ວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະໄດ້ເຂົ້າຮ່ວມວາລະກອງປະຊຸມຄົບຄະນະ ກ່ຽວກັບການເພີ່ມທະວີການເຊື່ອມຈອດ ອາຊຽນ - ອົດສະຕາລີ, ຄູ່ຮ່ວມມື ເສດຖະກິດອາຊຽນ - ອົດສະຕາລີ ແລະ ການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ - ອົດສະຕາລີ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຈະມີຄຳກ່າວປາໄສສຳຄັນ ກ່ຽວກັບບັນດາເນື້ອໃນຫຼັກຂອງກອງປະຊຸມດັ່ງກ່າວ, ໃນນັ້ນ ກໍໄດ້ສະເໜີທັດສະນະ ແລະ ບາງຂໍ້ສະເໜີ ເພື່ອປະກອບເຂົ້າໃນຜົນສຳເລັດຂອງກອງປະຊຸມ.

        ຢູ່ນອກກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ, ຕອນເຊົ້າວັນທີ 17 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ. ເພື່ອຜັນຂະຫຍາຍຜົນສຳເລັດຂອງແຜນການຮ່ວມມື ລະຫວ່າງ ຫວຽດນາມ - ລາວ ປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຝ່າຍລາວຊຸກຍູ້ການຫັນບັນດາລະບຽບການເປັນງ່າຍດາຍ, ຫຼຸດຜ່ອນຄ່າທຳນຽມອອກບັດອະນຸຍາດແຮງງານ, ວີຊາ, ບັດອະນຸຍາດພັກເຊົ່າໃຫ້ແກ່ແຮງງານຫວຽດນາມຢູ່ລາວ, ໜູນຊ່ວຍ, ອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງບັນດາສະມາຄົມຊາວຫວຽດນາມຢູ່ບັນດາແຂວງຂອງລາວ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດດ ເຫັນດີ ຈະສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ  ແລະ ບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ ເພື່ອພ້ອມກັນສ້າງ ແລະ ຜັນຂະຫຍາຍບັນດາແຜນການຮ່ວມມືດ້ານເສດຖະກິດຢູ່ພາກພື້ນນີ້ໃຫ້ມີປະສິດທິຜົນ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Pete Peterson ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ, ເຊິ່ງເປັນນັກການທູດທີ່ມີຄວາມສະໜິດຕິດພັນກັບວິວັດການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ.

TAG
VOV/VOVworld/ກອງທຶນສຶກສາ/ແມ່ນ້ຳຂອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ