logo

ທ່ານນາຍົກ​​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ຊວັນ​ຟຸກຕ້ອນ​ຮັບ​ບັນ​ດາລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດກຳ​ປູ​ເຈຍແລະລາວ

2019/12/20 | 08:48:05
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມເຊື່ອໝັ້ນວ່າ: ແນ່ນອນໃນໄລຍະໃໝ່, ກອງທັບແລະປະຊາຊົນ 3 ປະເທດຍາມໃດກໍ່ຈະສາມັກຄີເປັນເອກະພາບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ປົກປັກຮັກສາເອກະລາດ, ຄວາມເສລີ, ຂອງແຕ່ລະປະເທດ.
 ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ (ພາບ: TTXVN)

ຕອນບ່າຍວັນທີ 19 ທັນວາ,ທີ່ ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ຕ້ອນຮັບ ທ່ານເຕ່ຍແບັງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍແລະທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວ, ເນື່ອງໃນໂອກາດ ທ່ານທັງສອງເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ75 ປີ (22/12/1944 – 22/12/2019).

ກ່າວຄຳເຫັນທີ່ ການຕ້ອນຮັບ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມສະແດງຄວາມຊົມເຊີຍຕໍ່ອາລົມຈິດ, ຄວາມຮັບຜິດຊອບ, ຄວາມສຸດໃຈຂອງທ່ານລັດຖະມົນຕີທັງສອງ. ທ່ານນາຍົກລັດຖະມົນຕີຫວຽດນາມຕີລາຄາສູງຕໍ່ ເລື່ອງກະຊວງປ້ອງກັນປະເທດທັງສາມປະເທດທີ່ເປັນເຈົ້າການໃນການຄົ້ນຄວ້າ, ເປັນເອກະພາບກັນຜັນຂະຫຍາຍຮູບການຮ່ວມ, ພົ້ນເດັ່ນແມ່ນຮັກສາການພົບປະແລກປ່ຽນໃນແຕ່ລະປີແລະບໍ່ກະທັນຫັນລະຫວ່າງການນຳກະຊວງປ້ອງກັນປະທດທັງສາມປະເທດເພື່ອແລກປ່ຽນບັນດາບັນຫາທີ່ມີຜົນກະທົບເຖິງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສາມປະເທດ; ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຢູ່ ເຂດສາມຫຼ່ຽມພັດທະນາ, ເປັນຕົ້ນແມ່ນບັນດາໄພພິບັດທາງທຳມະຊາດທີ່ເກີດຂຶ້ນນັ້ນກຳລັງປ້ອງກັນຊາດທັງ 3 ປະເທດຕ່າງກໍ່ໜູນຊ່ວຍ, ແບ່ງປັນ; ແລກປ່ຽນຂໍ້ມູນຂ່າວສານແນໃສ່ກຳໄດ້ສະພາບການ, ກົນອຸບາຍເຈດຕະນາຕ້ານມ້າງເພທຳລາຍຂອງບັນດາອິດທິກຳລັງກົງກັນຂ້າມ, ປໍລະປັກເພື່ອແກ້ໄຂຢ່າງທັນການ; ສົມທົບກັນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຮ່ວມກັນ, ເປັນຕົ້ນແມ່ນເຂດສາມຫຼຽມພັດທະນາ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດຊາຍແດນ 3 ປະເທດທີ່ມີການພົວພັນການຄ້າ, ພັດທະນາເສດຖະກິດ. ພ້ອມກັນນັ້ນ, ວຽກງານການໜູນຊ່ວຍບຳລຸງສ້າງນາຍທະຫານລະຫວ່າງ 3 ປະເທດກໍ່ໄດ້ຮັບການຍູ້ແຮງແລະຫວຽດນາມກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນໃນຂົງເຂດດັ່ງກ່າວ.

        ທ່ານນາຍົກລັດຖະມົນຕີຫວຽດນາມເຊື່ອໝັ້ນວ່າ: ແນ່ນອນໃນໄລຍະໃໝ່, ກອງທັບແລະປະຊາຊົນ 3 ປະເທດຍາມໃດກໍ່ຈະສາມັກຄີເປັນເອກະພາບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ປົກປັກຮັກສາເອກະລາດ, ຄວາມເສລີ, ຂອງແຕ່ລະປະເທດ.

TAG
VOV/VOVworld/​ຫວຽດ​ນາມ/ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ