logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ປົດ​ຕຳ​ແໜ່ງ​ຂອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ

2025/10/22 | 13:00:57
(VOVWORLD) -  ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ປົດຕຳແໜ່ງຂອງທ່ານ Tzachi Hanegbi, ປະທານສະພາຄວາມໝັ້ນຄົງແຫ່ງຊາດ (NSC), ພາຍຫຼັງເກີດຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວຂ້ອງເຖິງການບຸກໂຈມຕີເຂົ້າດິນແດນ ກາຕາ ແລະ ບັ້ນການທະຫານຢູ່ເຂດ ກາຊາ.

ໃນຖະແຫຼງການອອກເມື່ອວັນທີ 21 ຕຸລາ, ທ່ານ Tzachi Hanegbi, ຢັ້ງຢືນວ່າ ອາຍຸການຂອງທ່ານຢູ່ສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ສິ້ນສຸດລົງພາຍຫຼັງທ່ານນາຍົກລັດຖະມົນຕີ Benjamin Netanyahu ອອກແຈ້ງການ ຈະແຕ່ງຕັ້ງຜູ້ອື່ນມາແທນ. ທ່ານ Gil Reich ຮອງປະທານຄົນປັດຈຸບັນ NSC ຈະຮັບດຳລົງຕຳແໜ່ງເປັນຜູ້ຮັກສາການປະທານສະພາຄວາມໝັ້ນຄົງແຫ່ງຊາດ.

        ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ຂໍ້ຕົກລົງປົດຕຳແໜ່ງທ່ານ Tzachi Hanegbi ໄດ້ດຳເນີນພາຍຫຼັງທີ່ທ່ານຄັດຄ້ານການບຸກໂຈມຕີທາງອາກາດເລັ່ງໃສ່ດິນແດນ ກາຕາ ເມື່ອເດືອນກ່ອນ, ກໍຄືຄັດຄ້ານບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ ຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ.

TAG
VOV/VOVworld/ປົດ​ຕຳ​ແໜ່ງ​ທ່ານ Tzachi Hanegbi/ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ