logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ໂຄງ​ການ​ໜູນ​ຊ່ວຍ​ແມ່​ຍິງ start up

2025/11/30 | 10:10:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງສະຫະພັນແມ່ຍິງ ຫວຽດນາມ ໃນການຕັດສິນໃຈ, ຜັນຂະຫຍາຍປະສິດທິຜົນໂຄງການ 939 ຊ່ວຍເຫຼືອແມ່ຍິງພັດທະນາເສດຖະກິດ, startup ປະດິດຄິດສ້າງ, ປະຕິບັດບັນດາເປົ້າໝາຍສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພື່ອການພັດທະນາຢ່າງຮອບດ້ານ, ຍືນຍົງຂອງປະເທດຊາດ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 30 ພະຈິກ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບໂຄງການ “ໜູນຊ່ວຍແມ່ຍິງ startup ໄລຍະ 2017 – 2025” ແລະ ຜັນຂະຫຍາຍໂຄງການ “ໜູນຊ່ວຍແມ່ຍິງ startup ໄລຍະ 2026 – 2035” ແລະ ຍ້ອງຍໍຊົມເຊີຍຮູບແບບສະຫະກອນດີເດັ່ນປີ 2025 ໂດຍສະຫະພັນແມ່ຍິງ ຈັດຂຶ້ນ.

   ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງສະຫະພັນແມ່ຍິງ ຫວຽດນາມ ໃນການຕັດສິນໃຈ, ຜັນຂະຫຍາຍປະສິດທິຜົນໂຄງການ 939 ຊ່ວຍເຫຼືອແມ່ຍິງພັດທະນາເສດຖະກິດ, startup ປະດິດຄິດສ້າງ, ປະຕິບັດບັນດາເປົ້າໝາຍສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພື່ອການພັດທະນາຢ່າງຮອບດ້ານ, ຍືນຍົງຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມຕື້ນຕັນໃຈຕໍ່ບັນດາເລື່ອງລາວ startup ຂອງແມ່ຍິງ ແລະ ຢັ້ງຢືນວ່າ ທຸກເລື່ອງລາວ ແມ່ນທວນໄຟແຫ່ງຄວາມຄາດຫວັງ, ຄວາມຕັດສິນໃຈບືນຕົວຂຶ້ນປ່ຽນແປງໃໝ່, ນ້ຳໃຈປະດິດຄິດສ້າງ, ສ້າງຄວາມຮັ່ງມີຢ່າງຊອບທຳ.

TAG
VOV/VOVworld/ແມ່ຍິງ startup/ເປົ້າໝາຍສະເໝີພາບລະຫວ່າງຍິງ - ຊາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ