logo

ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຮັບ​ປະ​ກັນ​ໃຫ້​ພິ​ທີ​ເປີດເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ທີ່​ສຸດ

2025/10/14 | 09:03:55
(VOVWORLD) - ພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ຈະຈັດຂຶ້ນໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ. 
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ  ເປັນປະທານວາລະປະຊຸມ (ພາບ: VGP)

ຕອນບ່າຍວັນທີ 13 ຕຸລາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ  ໄດ້ເປັນປະທານວາລະປະຊຸມຂອງຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ. ໄລ່ຮອດວັນທີ 8 ຕຸລາ, ໄດ້ມີກວ່າ 100 ຄະນະຜູ້ແທນຂອງປະເທດສະມາຊິກ ສປຊ ແລະ ອົງການຈັດຕັ້ງສາກົນ ໂດຍການນຳຂັ້ນສູງ, ການນຳຂະແໜງການບັນດາກະຊວງ, ອົງການຈັດຕັ້ງສາກົນເປັນຫົວໜ້າຄະນະ ໄດ້ຢັ້ງຢືນຈະເຂົ້າຮ່ວມພິທີເປີດເຊັນ. ນອກຈາກນັ້ນແລ້ວ ຍັງມີ 8 ວາລະໂອ້ລົມສົນທະນາ, 32 ກອງປະຊຸມສຳມະນາ, ກວ່າ  20 ງານວາງສະແດງຂອງບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ຄວາມປອດໄພໄຊເບີ ແລະ ຕ້ານອາຊະຍາກຳທາງອິນເຕີເນັດ.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາ ອະນຸກຳມະການສືບຕໍ່ຕັ້ງໜ້າ, ເປັນເຈົ້າການຊຸກຍູ້ຜັນຂະຫຍາຍໜ້າທີ່, ຮັບປະກັນຄຸນນະພາບ ແລະ ວັນເວລາ ໃຫ້ພິທີເປີດເຊັນສົນທິສັນຍາ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ.


 

TAG
VOV/VOVworld/ພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ