logo

ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງກ່ຽວກັບຂໍ້ລິເລີ່ມການພັດທະນາທົ່ວໂລກ

2025/9/24 | 09:18:50
(VOVWORLD) - ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ GDI ໃນການລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືກັບສາກົນແນໃສ່ປະຕິບັດສຳເລັດເປົ້າໝາຍພັດທະນາແບບຍືນຍົງ.
ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ
(ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວທີ່ວາລະປຶກສາຫາລືຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ຊຸດ 80, ໃນວັນທີ 23 ກັນຍາ, ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນຢູ່ວາລະປະຊຸມຂັ້ນສູງກ່ຽວກັບ ຂໍ້ລິເລີ່ມການພັດທະນາທົ່ວໂລກ (GDI) ກັບຫົວຂໍ້ “ຢັ້ງຢືນຄືນບັນດາຄຳໝັ້ນສັນຍາ, ສາມັກຄີກັນສ້າງອະນາຄົດທີ່ແຈ້ງໃຫ້ແກ່ການພັດທະນາທົ່ວໂລກ” ໂດຍ ສປ ຈີນ ເປັນເຈົາພາບຈັດຂຶ້ນ.

ກ່າວຄຳເຫັນໃນວາລະປະຊຸມ, ທ່ານ ບູຍແທງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ GDI ໃນການລະດົມແຫຼ່ງກຳລັງ, ເພີ່ມທະວີການຮ່ວມມືກັບສາກົນແນໃສ່ປະຕິບັດສຳເລັດເປົ້າໝາຍພັດທະນາແບບຍືນຍົງ. ເພື່ອບັນລຸໄດ້ບັນດາເປົ້າໝາຍນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີ: ທີໜຶ່ງ, ຍົກສູງລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສປຊ ໃນການຮັບມືກັບບັນດາສິ່ງທ້າທາຍທົວໂລກ; ທີສອງ, ຮັບປະກັນຂະບວນການຫັນເປັນສີຂຽວ ແລະ ການຫັນເປັນດີຈີຕອນຮັບໃຊ້ບັນດາປະເທດ ແລະ ປະຊາຊົນທຸກຄົນ; ທີສາມ, ໃຫ້ບູລິມະສິດການຊຸກຍູ້ ການເຊື່ອມຕໍ່ດີຈີຕອນສັງລວມໃນບັນດາເຂດແຜນດິນຕໍ່ແຜ່ນ, ການບິນ, ການເດີນທະເລ.

TAG
VOV/VOVworld/ລັດທິ/ຫຼາຍຝ່າຍ/ບົດບາດ/ໃຈກາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ