ທ່ານເລຂາທິການໃຫຍ່ ເລຢ້ວນໃຫ້ການຕ້ອນຮັບທ່ານ ຄຳໄຕ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເມື່ອປີ 1977 (ພາບ: TTXVN) |
ທ່ານ ພັນຄຳ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປຊຊ ປະຕິວັດລາວ ໃຫ້ຮູ້ວ່າ, ພ້ອມກັບປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານປະທານ ຄຳໄຕ ສີພັນດອນ ແລະ ບັນດາການນຳສອງປະເທດ ໄດ້ສ້າງພື້ນຖານອັນໜັກແໜ້ນ, ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີພິເສດ ຫວຽດນາມ-ລາວ, ກາຍເປັນສາຍພົວພັນສັດຊື່ບໍລິສຸດ, ຈົງຮັກພັກດີ, ປອດໃສທີ່ຫາຍາກໃນໂລກ:
ໃນໄລຍະຕໍ່ຕ້ານ, ກູ້ຊາດ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ແບ່ງທຸກແບ່ງສຸກ, ຮຽງບ່າຮຽງໄຫຼ່ພ້ອມກັບບັນດານັກຊ່ຽວຊານການທະຫານ ແລະ ທະຫານອາສາສະໝັກ ຫວຽດນາມ ໃນຫຼາຍບັ້ນຕໍ່ສູ້ຢູ່ຫຼາຍສະໜາມຮົບທີ່ແຕກຕ່າງກັນ, ປະກອບສ່ວນສ້າງໄຊຊະນະອັນສະຫງ່າລາສີຂອງສອງຊາດໃນການຕໍ່ຕ້ານສັດຕູໂຕດຽວກັນ. ທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ບັນດາທ່ານການນຳພັກ ແລະ ລັດ ລາວ ຍາມໃດກໍຕິດພັນກັບການປະຕິວັດ ຫວຽດນາມ ເຊິ່ງລ້ວນແຕ່ໄດ້ສືບທອດແນວຄວາມຄິດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ພວກຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດຕໍ່ທ່ານຄຳໄຕ ສີພັນດອນ. ທ່ານໄດ້ປະກອບຄຸນງາມຄວາມດີຫຼາຍຢ່າງເຂົ້າໃນການໂຄສະນາເຜີຍແຜ່ແນວຄິດປະທານ ໂຮ່ຈີມິນ ຢ່າງກວ້າງຂວາງ, ຊ່ວຍໃຫ້ປະຊາຊົນລາວ ເຕົ້າໂຮມຄວາມສາມັກຄີ ແລະ ຜູກພັນກັບປະຊາຊົນ ຫວຽດນາມ ຢ່າງສະໜິດແໜ້ນໃນຂະບວນວິວັດຕໍ່ຕ້ານສັດຕູກູ້ຊາດ. ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ທ່ານ ຄຳໄຕ ສີພັນດອນ ກໍຄືບັນດາການນຳຂອງພັກ, ລັດ ລາວ ທີ່ໄດ້ພ້ອມກັບປະຊາຊົນ ຫວຽດນາມ ປະຕິບັດແນວຄິດໂຮ່ຈີມິນ, ປົດປ່ອຍຊາດ ແລະ ສ້າງສາປະເທດຊາດຢ່າງວັດທະນາຖາວອນ. ພວກຂ້າພະເຈົ້າຖືວ່າ ທ່ານເປັນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ.”
ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ທ່ານປະທານ ຄຳໄຕ ສີພັນດອນ ຍາມໃດກໍຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທ່ານກໍແມ່ນໜຶ່ງໃນບັນດາການນຳລາວ ທີ່ມີສາຍພົວພັນອັນສະໜິດແໜ້ນ, ຕິດພັນກັບການນຳ ຫວຽດນາມ ໃນທຸກຍຸກສະໄໝ, ເອົາໃຈໃສ່ເພີ່ມພູນຄູນສ້າງ, ຊຸກຍູ້ ແລະ ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງກວ່າເກົ່າ, ຊ່ວຍໃຫ້ສາຍພົວພັນລະຫວ່າງສອງປະເທດ ນັບມື້ນັບເກີດດອກອອກຜົນ ແລະ ໝັ້ນຄົງຂະນົງແກ່ນໄປຊົ່ວກາລະນານ. ນັບແຕ່ເວລາພັກຮັບບຳນານເມື່ອປີ 2006 ມາຮອດປັດຈຸບັນ, ຍາມໃດທ່ານກໍໃຫ້ຄວາມເອົາໃຈໃສ່, ຕິດຕາມ, ສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາຂອງປະເທດ ລາວ ກໍຄືການພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ. ເມື່ອແບ່ງປັນກ່ຽວກັບຄວາມສຸດຈິດສຸດໃຈຂອງທ່ານ ໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ, ທ່ານ ວິໄລວັນ ພົມເຂ ອະດີດເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:




