logo

ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ​ທ່ານ​ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ ປ​ຊ​ຊ ສູງ​ສຸດ​ລາວ

2022/8/22 | 14:23:00
(VOVWORLD) - ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ພັກ, ລັດ ຫວຽດນາມ ກໍ່ຄືອົງການໄອຍະການ ປຊຊ ສູງສຸດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອອົງການໄອຍະການ ປຊຊ ສູງສຸດ ລາວ ໃນທຸດດ້ານ;

(ພາບ: VOV)

ຕອນບ່າຍວັນທີ 22 ສິງຫາ,  ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປຊຊ ສູງສຸດ ລາວ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ ອົງການໄອຍະການ ປຊຊ ສູງສຸດສອງປະເທດ ໄດ້ມີການພົວພັນຮ່ວມມືທີ່ດີງາມທີ່ສຸດ ແລະ ຖືວ່າ, ນີ້ແມ່ນເງື່ອນໄຂຊ່ວຍໃຫ້ສອງຝ່າຍ ແບ່ງປັນຂໍ້ມູນຂ່າວສານ ແລະ ບົດຮຽນປະສົບການ ໃນບັນດາການເຄື່ອນໄຫວຕຸລາການ. ປະຈຸບັນ, ຫວຽດນາມ ພວມສ້າງແຜນຮ່າງ “ຍຸດທະສາດສ້າງລັດແຫ່ງກົດໝາຍສັງຄົມນິຍົມຮອດປີ 2030, ການກຳນົດທິດຮອດປີ 2045”. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ພັກ, ລັດ ຫວຽດນາມ ກໍ່ຄືອົງການໄອຍະການ ປຊຊ ສູງສຸດ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອອົງການໄອຍະການ ປຊຊ ສູງສຸດ ລາວ ໃນທຸດດ້ານ; ຜັນຂະຫຍາຍປະຕິບັດສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບອາຍາລະຫວ່າງຫວຽດນາມ ແລະ ລົງທີ່ໄດ້ລົງນາມເມື່ອປີ 2020 ແລະ ຂໍ້ຕົກລົງຮ່ວມມືທີ່ຫາກໍ່ລົງນາມປີ 2022 ຢ່າງມີປະສິດທິຜົນ.

TAG
VOV/VOVworld/ອົງການໄອຍະການ ປຊຊ ສູງສຸດ ລາວ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ