logo

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ

2018/9/21 | 09:09:00
(VOVWORLD) -ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108.

ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ທ່ານ ເຈິ່ນດ້າຍກວາງ, ເກີດປີ 1956, ກຳມະການກົມການເມືອງ, ປະທານປະເທດແຫ່ງສສ.ຫວຽດນາມ, ເນື່ອງມາຈາກທ່ານເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດິຄວາມາສາມາດຈາກບັນດາສາດສະດາຈານ, ທ່ານໝໍຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້.

        ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108.

ຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

        ວັນທີ 02/04, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ສຳນັກຂ່າວສານຫວຽດນາມ ຂໍແນະນຳຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

1.  ຊື່ແລະນາມສະກຸນ: ເຈິ່ນດ້າຍກວາງ (TRẦN ĐẠI QUANG)

2.  ວັນ, ເດືອນ, ປີເກີດ: 12/10/1956.

3.  ບ້ານເກີດ: ຕາແສງ ກວາງທ້ຽນ, ເມືອງກິມເຊີນ, ແຂວງນິງບິ່ງ.

4.  ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິງ, ເມືອງ ແທງຊວນ, ນະຄອນຮ່າໂນ້ຍ.

5.  ຊົນເຜົ່າ: ກິງ; ສາສະໜາ: ບໍ່ຖືສາສະໜາໃດ

6.  ລະດັບວິຊາສະເພາະ: ປະລິຍາເອກດ້ານກົດໝາຍວິທະຍາ, ມະຫາວິທະຍາໄລປ້ອງກັນຄວາມສະຫງົບ

-      ລະດັບການສຶກສາ: ປະລິຍາເອກ; ວຸດທິການສຶກສາ; ສາດສະດາຈານ

-      ທິດສະດີການເມືອງ: ຊັ້ນສູງ

-      ພາສາຕ່າງປະເທດ: ພາສາຈີນ ຊັ້ນສູງ

7.  ບ່ອນເຮັດວຽກ: ກະຊວງຕຳຫຼວດ, ເລກທີ 44 ອຽດກຽວ, ຮ່າໂນ້ຍ

8.  ວັນເຂົ້າເປັນສະມາຊິກພັກສຳຮອງ: 26/07/1980; ວັນເຂົ້າເປັນສະມາຊິກພັກສົມບູນ 26/07/1981.

9.  ສະມາຊິກສະພາແຫ່ງຊາດຊຸດທີ 14.

10.      ສະຫຼຸບຫຍໍ້ວິວັດການປະຕິບັດງານ.

-      ນັບແຕ່ເດືອນ 07/1972 – ເດືອນ 10/1975: ຮຽນຢູ່ໂຮງຮຽນຕຳຫຼວດປະຊາຊົນສູນກາງ ແລະ ໂຮງຮຽນວິທະຍາໄລພາສາຕ່າງປະເທດ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).

-      ນັບແຕ່ເດືອນ 10/1975 - ເດືອນ 06/1987: ເປັນພະນັກງານກົມປ້ອງກັນການເມືອງເລກ I, ຫຼັງຈາກນັ້ນໄດ້ແຍກເປັນກົມປ້ອງກັນການເມືອງເລດ II, ດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງການ, ກົມປົກກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).

-         ແຕ່ເດືອນ 06/1987 - ເດືອນ 06/1990: ເປັນຫົວໜ້າຫ້ອງການເສນາທິການ ແລະ ຫົວໜ້າຫ້ອງການສືບສວນ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ).

-         ແຕ່ເດືອນ 06/1990 - ເດືອນ 09/1996: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ).

-         ແຕ່ເດືອນ 09/1996 - ເດືອນ 10/2000: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ກຳມະການຄະນະບໍລິຫານງານອົງຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ.

-         ແຕ່ເດືອນ 10/2000 - ເດືອນ 04/2006: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຈັດຕະວາ (2003); ໄດ້ຮັບວຸດທິການສຶກສາຮອງສາດສະດາຈານ (2003).

-         ແຕ່ເດືອນ 04/2006 - ເດືອນ 01/2011: ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 10, ກຳມະການຄະນະພັກຕຳຫລວດສູນກາງ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ເປັນຮອງລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຕີ (2007); ໄດ້ຮັບວຸດທິການສຶກສາສາດສະດາຈານ (2009).

-         ແຕ່ເດືອນ 01/2011 - ເດືອນ 08/2011: ເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫລວດ.

-         ແຕ່ເດືອນ 08/2011 ມາຮອດວັນທີ 02/04/2016: ກຳມະການກົມການເມືອງ (ຊຸດທີ 11, 12), ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ກຳມະການຄະນະກຳມະການພັກລັດຖະບານ, ເລຂາຄະນະພັກຕຳຫລວດສູນກາງ; ລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນໂທ (2011), ພົນເອກ (2012); ເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ; ເປັນສະມາຊິກສະພາແຫ່ງຊາດຊຸດທີ 13; ເປັນຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ; ຮອງຫົວໜ້າອະນຸກຳມະການປ້ອງກັນການເມືອງພາຍໃນສູນກາງ.

-         ວັນທີ 02/04/2016 ມາຮອດປະຈຸບັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ ./.

TAG
VOV/VOVworld/ປະ​ທານ​ປະ​ເທດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ