logo

ທ່ານປະທານປະເທດ ເລືອງເກື່ອງ ດຳເນີນການພົບປະສົນທະນາກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung

2025/10/30 | 11:43:34
(VOVWORLD) - ການນຳ 2 ທ່ານໄດ້ເຫັນດີສືບຕໍໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນຜ່ານຫຼາຍຊ່ອງທາງ, ສົມທົບກັນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ
(ທີ່ການພົບປະສົນທະນາ)

        ໃນຂອບເຂດການໄປປະຕິບັດງານຢູ່ ສ.ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025, ຕອນບ່າຍວັນທີ 30 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Gyeongju ສ.ເກົາຫຼີ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ດຳເນີນການພົບປະສົນທະນາກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung.

        ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ເຫັນດີສືບຕໍໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນຜ່ານຫຼາຍຊ່ອງທາງ, ສົມທົບກັນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.

        ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍພ້ອມກັນສົມທົບກັນຜັນຂະຫຍາຍບັນດາມາດຕະການຢ່າງແທດຈິງ ປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 150 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ, ຍືນຍົງ; ທ່ານຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ວະສາຫະກິດ ສ.ເກົາຫຼີ ອຸ່ນອຽນໃຈໄປລົງທຶນຢ່າງຍາວນານຢູ່ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ Lee Jae Myung ເນັ້ນໜັກວ່າ ສ.ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ເຫັນດີເປັນເອກະພາບການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ພັດທະນາອຸດສາຫະກຳສຳຮອງຢູ່ ຫວຽດນາມ; ທ່ານປາດຖະໜາວ່າ ຫວຽດນນາມ ຈະສືບຕໍ່ໜູນຊ່ວຍວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ…

TAG
VOV/VOVworld/ເປົ້າ​ໝາຍ​/​ວົງ​ເງິນ​/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ