logo

ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານປະທານສະພາສູງ ສ.ເຊັກໂກ

2025/11/20 | 11:56:05
(VOVWORLD) - ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ບັນດາຊ່ອງທີ່ແຕກຕ່າງກັນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ
(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Milos Vystrcil, ປະທານສະພາສູງ ສ.ເຊັກໂກ)

        ຕອນບ່າຍວັນທີ 20 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Milos Vystrcil, ປະທານສະພາສູງ ສ.ເຊັກໂກ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ບັນດາຊ່ອງທີ່ແຕກຕ່າງກັນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ…, ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ເຊິ່ງ 2 ຝ່າຍສາມາດເພີ່ມເຕີມໃຫ້ແກ່ກັນ, ໜູນຊ່ວຍເຊິ່ງກັນແລະກັນ; ທ່ານສະເໜີໃຫ້ ສ.ເຊັກໂກ ຈະສົມທົບກັນຊຸກຍູ້ບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ແລະ ອີຢູ (EVIPA), ສະໜັບສະໜູນຄະນະກຳມະການ ເອີລົບ (ອີຊີ) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

        ໂດຍເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາສູງ ສ.ເຊັກໂກ Milos Vystrcil ໃຫ້ຮູ້ວ່າ ອົງການນິຕິບັນຍັດຂອງ 2 ປະເທດຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍລັດຖະບານ 2 ປະເທດຍູ້ແຮງການຮ່ວມມື 2 ຝ່າຍໃນທຸກຂົງເຂດ.

TAG
VOV/VOVworld/ເສດ​ຖະ​ກິດ/ການ​ຄ້າ/ການ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ