logo

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ: ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ໝັ້ນ​ແກ່ນ ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ຍາວ​ນານ

2025/10/31 | 10:35:52
(VOVWORLD) - ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍບົດບາດຂອງປະເທດເຈົ້າພາບ APEC - 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC       ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ
ທ່ານປະທານາທິບໍດີ ສ.ເກົາຫຼີ ໃຫ້ການຕ້ອນຮັບທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)

ຕອນເຊົ້າວັນທີ 31 ຕຸລາ, ຢູ່ສູນກອງປະຊຸມສາກົນ Gyeongju,, ສ.ເກົາຫຼີ ທ່ານປະທານະເທດ ເລືອງເກື່ອງ ພ້ອມກັບບັນດາການນຳ, ຫົວໜ້າ 21 ພື້ນຖານເສດຖະກິດສະມາຊິກ APEC ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທີ 1 ຂອງກອງປະຊຸມບັນດາການນຳ APEC 2025. ດ້ວຍຫົວຂໍ້ “ມຸ່ງໄປເຖິງພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມຕໍ່ ແລະ ບືນຕົວອອກໄປໄກ”, ວາລະປະຊຸມປຶກສາຫາລືກ່ຽວກັບບັນຫາຊຸກຍູ້ການຄ້າ ແລະ ລົງທຶນໃນສະພາບການຂາດສະຖຽນລະພາບທົ່ວໂລກ ແລະ ເພີ່ມທະວີການຮ່ວມມືພາກລັດ  - ເອກະຊົມເພື່ອແນໃສ່ເປີດກວ້າງຄວາມສາມາດບົ່ມຊ້ອນເຂດເອກະຊົນ, ມຸ່ງໄປເຖິງ ການເຕີບໂຕກວມລວມ ແລະ ຍືນຍົງ.

ກ່າວຄຳເຫັນນະທີ່, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຄວາມຮຽກຮ້ອງໂດຍດ່ວນຂອງການເພີ່ມທະວີເຊື່ອມຕໍ່ ແລະ ຍົກສູງຄວາມສາມາດທົນທານຂອງບັນດາພື້ນຖານເສດຖະກິດ APEC, ພິເສດແມ່ນບັນດາພື້ນຖານເສດຖະກິດພວມພັດທະນາ, ຕໍ່ໜ້າບັນດາຜົນກະທົບບໍ່ດີຈາກພາກນອກ ແລະ ເຕັກໂນໂລຢີ. ທ່ານປະທານປະເທດ ເນັ້ນໜັກວ່າ ໃນສະພາບການເສດຖະກິດມະຫາພາບ ຂາດສະຖຽນລະພາບ, ພື້ນຖານເສດຖະກິດຈຸລະພາກຢ່າງໝັ້ນແກ່ນໄດ້ສວມບົດບາດຫຼັກແຫຼ່ງໃຫ້ແກ່ການເຕີບໂຕໄລຍະຍາວ ແລະ ບົດຮຽນພັດທະນາຂອງພາກພື້ນ ກໍ່ໄດ້ຢັ້ງຢືນບົດບາດສຳຄັນທີ່ສຸດ ແລະ ເຂດເອກະຊົນ.

ທ່ານປະທານປະເທດ ເລືອງເກື່ອງ ຢັ້ງຢືນວ່າ ດ້ວຍບົດບາດຂອງປະເທດເຈົ້າພາບ APEC - 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະ ນອກ APEC       ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຮ່ວມມື ແລະ ພັດທະນາເພື່ອພາກພື້ນ ອາຊີ - ປາຊີຟິກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

TAG
VOV/VOVworld/ຫວຽນາມ/ສ.ເກົາຫຼີ/ສ​ປ​ຊ/APEC

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ