logo

ທ່ານປະທານປະເທດ ເລືອງເກື່ອງ ພົບປະຂັ້ນສູງຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

2025/9/25 | 06:11:22
(VOVWORLD) - ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ການນຳຫຼາຍປະເທດ.
(ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80)

        ໃນຂອບເຂດເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ການນຳຫຼາຍປະເທດ.

        ທີ່ການພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ແບ່ງປັນກ່ຽວກັບການກະກຽມເປັນເຈົ້າພາບພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດກ່ຽວກັບການຕ້ານອາດຊະຍາກຳເຄືອຂ່າຍອິນເຕີເນັດຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ ຈະມາເຖິງ; ກະກຽມຮັບບົດບາດເປັນປະທານກອງປະຊຸມກວດກາຕີລາຄາຄັ້ງທີ 11 ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍໃນປີ 2026, ກໍຄືອອກສະໜັກດຳລົງຕຳແໜ່ງໃນຫຼາຍອົງການ, ທີ່ຕັ້ງສຳຄັນອື່ນໆ ແລະ ສະເໜີໃຫ້ປະທານສະມັດຊາໃຫຍ່ສະຫະປະຊາຊາດຕັ້ງໜ້າໜູນຊ່ວຍໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ, ການນຳ 2 ທ່ານໄດ້ເປັນເອກະພາບເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ຕວັກກີ ໃຫ້ຂຶ້ນເຖິງ 4 ຕື້ USD, ພ້ອມກັນນັ້ນ, ກໍ່ຄົ້ນຄວ້າສ້າງບັນດາຂອບເຂດໃໝ່ເພື່ອສ້າງຄວາມສະດວກກວ່າໃຫ້ແກ່ການຄ້າ, ການລົງທຶນ.

ທີ່ການຕ້ອນຮັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ
(ພາບ: TTXVN)

        ທີ່ການຕ້ອນຮັບທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ, 2 ທ່ານໄດ້ແລກປ່ຽນຫຼາຍເນື້ອໃນຮ່ວມມືໃນທຸກຂົງເຂດເສົາຄ້ຳ, ຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຊີ… ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ລັດຖະບານ ອາເມລິກາ ມີແຜນການຢ່າງໄວເພື່ອຮັບຮອງເອົາ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ ກໍຄືນຳ ຫວຽດນາມ ໃຫ້ອອກຈາກບັນຊີລາຍຊື່ຄວບຄຸມການສົ່ງອອກຍຸດທະສາດ.

        ນີ້ກໍ່ແມ່ນບັນດາການເຄື່ອນໄຫວສຸດທ້າຍຂອງທ່ານປະທານປະເທດ ເລືອງເກື່ອງ ໃນການໄປປະຕິບັດງານ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ແຕ່ວັນທີ 21 – 24 ກັນຍາ. ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນິວຢອກ ກັບຄືນເມືອປະເທດ.

TAG
VOV/VOVworld/ດຳລົງ/ຕຳແໜ່ງ/ອົງການ/ທີ່ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ