logo

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ

2025/9/25 | 06:08:09
(VOVWORLD) - ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

        ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເປັນປະທານຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍໃນການປ່ຽນແປງຂອງດິນຟ້າອາກາດ, ທ່ານປະທານປະເທດຖືວ່າ ບັນດາປະເທດຕ້ອງປະຕິບັດຄຳໝັ້ນສັນຍາດ້ານການເງິນກ່ຽວກັບດິນຟ້າອາກາດຢ່າງຄົບຖ້ວນ, ທັນການ, ພິເສດແມ່ນແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນຢ່າງຍຸຕິທຳ, ຕິດພັນກັບການຮັບປະກັນຊີວິດສັງຄົມ, ການສ້າງວຽກເຮັດງານທຳ, ໜູນຊ່ວຍຜູ້ອອກແຮງງານ ແລະ ປະຊາຄົມທີ່ຖືກຄວາມສ່ຽງສູງກວ່າເພີ່ນ.

TAG
VOV/VOVworld/​ສິ່ງ​ແວດ​ລ້ອມ/​ປ່ຽນ​ແປງ/​ດິນ​ຟ້າ​ອາ​ກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ