logo

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີໄຂວາລະປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80

2025/9/24 | 09:03:25
(VOVWORLD) - ເຂົ້າຮ່ວມວາລະປະຊຸມມີປະມຸດລັດ, ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບ 150 ທ່ານ.
ທ່ານປະທານປະເທດ ເລືອງເກືອງ ເຂົ້າຮ່ວມວາລະປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 23 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ວາລະປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ໄດ້ໄຂຂຶ້ນດ້ວຍຫົວຂໍ້ “ພ້ອມກັນດີກວ່າເກົ່າ: 80 ປີ ແລະ ຍິ່ງກວ່ານັ້ນອີກ ເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”. ເຂົ້າຮ່ວມວາລະປະຊຸມມີປະມຸດລັດ, ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດສະມາຊິກ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເກືອບ 150 ທ່ານ. ທ່ານປະທານປະເທດ ເລືອງເກືອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ໃຫ້ຂໍ້ສັງເກດວ່າ ໂລກພວມມຸ່ງໄປເຖິງໂລກຫຼາຍຂົ້ວ ແລະ ຕ້ອງມີລະບົບຫຼາຍຝ່າຍທີ່ງມີປະສິດທິຜົນເພື່ອຫຼີກລ່ຽງບໍ່ໃຫ້ຄືກັບບົດຮຽນທີ່ພາໄປເຖິງສົງຄາມໂລກຄັ້ງທີ 1. ທ່ານເນັ້ນໜັກວ່າ, ສະຫະປະຊາຊາດ ແມ່ນເຂັມຊີ້ທິດດ້ານຄຸນສົມບັດ, ແມ່ນກຳລັງຮັກສາສັນຕິພາບ, ປົກປ້ອງກົດໝາຍສາກົນ, ຊຸກຍູ້ການພັດທະນາຢ່າງໄວແລະ ຍືນຍົງ, ຮັບປະກັນສິດທິມະນຸດ, ຫັນບັນດາລັດຖະນະໂຍບາຍທົ່ວໂລກໃຫ້ກາຍເປັນການກະທຳລະອຽດ.

TAG
VOV/VOVworld/ປະ​ສິດ​ທິ​ຜົນ/​ຫຼີກ​ລ່ຽງ/​ກົດ​ໝາຍ/​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ