logo

ທ່ານປະທານປະເທດ ເລືອງເກື່ອງ ເດີນທາງໄປເຂົ້າຮ່ວມສັບປະດາສຸດຍອດ APEC 2025

2025/10/29 | 09:44:34
(VOVWORLD) - ທ່ານປະທານປະເທດເຂົ້າຮ່ວມສັບປະດາສຸດຍອດ APEC ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນແນວທາງການຕ່າງປະເທດ ແລະ ບັນດາແຜນນະໂຍບາຍ, ຄຳຕັດສິນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ
(ພາບປະກອບ: VGP)

        ຕອນເຊົ້າວັນທີ 29 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ເລີ່ມຕົ້ນການເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 ຢູ່ນະຄອນ Gyeongju ແລະ ເຮັດວຽກ 2 ຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແຕ່ວັນທີ 29 ຕຸລາ ຮອດວັນທີ 01 ພະຈິກ.

        ຕອບສຳພາດຕໍ່ສື່ມວນຊົນກ່ອນການໄປປະຕິບັດງານໃນຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຮັ່ງ, ຢືນຢັນວ່າ:

        “ທ່ານປະທານປະເທດເຂົ້າຮ່ວມສັບປະດາສຸດຍອດ APEC ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນແນວທາງການຕ່າງປະເທດ ແລະ ບັນດາແຜນນະໂຍບາຍ, ຄຳຕັດສິນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ສືບຕໍ່ປະຕິບັດບາດກ້າວຫັນປ່ຽນດ້ານຈິນຕະນາການ ແລະ ວິທີສຳພັດໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ຈະພ້ອມກັບການນຳ APEC ປຶກສາຫາລືບັນດາບັນຫາໃຫຍ່ທີ່ວາງອອກຕໍ່ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ທົ່ວໂລກ ແລະ ຫຼາຍຂົງເຂດອື່ນ”.

TAG
VOV/VOVworld/ນະ​ໂຍ​ບາຍ/ຄຳ​ຕັດ​ສິນ​/ບາດ​ກ້າ​ວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ