logo

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

2025/10/26 | 07:43:15
(VOVWORLD) - ພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ເພີ່ມທະວີການຮ່ວມມືສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງໄຊເບີ.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ງານລ້ຽງ)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ.ຫວຽດນາມ ໄດ້ເປັນປະທານງານລ້ຽງຕ້ອນຮັບບັນດາຄະນະຜູ້ແທນເຂົ້າຮ່ວມພິທິລົງນາມໃນສົນທິສັນຍາ ຮ່າໂນ້ຍ ຢ່າງສົມກຽດ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ເພີ່ມທະວີການຮ່ວມມືສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງໄຊເບີ. ມາຮອດປະຈຸບັນ, ມີເກືອບ 70 ປະເທດ ແລະ ອົງການຈັດຕັ້ງໄດ້ເຂົ້າຮ່ວມລົງນາມສົນທິສັນຍາ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ບັນດາປະເທດຈະໃຫ້ສັດຕະຍາບັນສົນທິສັນຍາໂດຍໄວເພື່ອນຳເຂົ້າໃນຊີວິດ, ເປີດອະນາຄົດດີຈີຕອນແບບຍືນຍົງ, ປອດໄພ ແລະ ມີວັດທະນະທຳມະນຸດໃຫ້ທຸກປະເທດ ແລະ ປະຊາຄົມສາກົນ.

TAG
VOV/VOVworld/​ໝັ້ນ​ຄົງ/​ປອດ​ໄພ​/ໄຊ​ເບີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ