logo

ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

2025/10/2 | 09:21:10
(VOVWORLD) - ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາ ຂອງແຕ່ລະປະເທດ
ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ໃນຂອບເຂດການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການ ລະຫວ່າງລັດຖະສະພາ ຫວຽດນາມ-ກູບາ, ໃນຕອນຄ່ຳ (ວັນທີ 01 ຕຸລາ) ທີ່ ສຳນັກງານລັດຖະບານ (ຮ່າໂນ້ຍ) ທ່ານ Esteban lazo ປະທານສະພາ ແຫ່ງຊາດ ກູບາ ໄດ້ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຟ້າມມິງຈີງ. ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາ ຂອງແຕ່ລະປະເທດ, ພິເສດແມ່ນວິວັດການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາທີ່ມີລັກສະນະຍຸດທະສາດ ເຊິ່ງ ພັກ-ລັດ ຫວຽດນາມ ກຳລັງຜັນຂະຫຍາຍໃນປະຈຸບັນ. ສ່ວນ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຈັດຜັນຂະຫຍາຍບັນດາມາດຕະການ ເພື່ອຊ່ວຍເຫຼືອ ກູບາ ຢ່າງແທດຈິງ, ລະອຽດ. ພິເສດແມ່ນບັນດາໂຄງການກະສິກຳຕາມຮູບແບບ 00ຂອງວິສາຫະກິດເພື່ອໜູນຊ່ວຍຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ກູບາ. ກໍ່ຄືຂົງເຂດສຳຄັນອື່ນໆ ເຊັ່ນ  ດ້ານພະລັງງານ ແລະ ເຕັກໂນໂລຊີຊີວະພາບ.

TAG
VOV/VOVworld/ຫ​ວຽດ​ນາມ/ກຸຍ​ບາ/ການ​ພົບ​ປະ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ