logo

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

2025/11/23 | 09:30:26
(VOVWORLD) - ຫວຽດນາມ ແລະ ສ.ເກົາຫຼີ ພວມມີບັນດາເງື່ອນໄຂສະດວກທີ່ສຸດເພື່ອກຳນົດທິດວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງໂອກາດພ້ອມກັນພັດທະນາ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik
(ພາບ: TTXVN)

ຕອນຄ່ຳວັນທີ 22 ພະຈິກ, ທ່ານ Woo Won Shik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ ທ່ານ ນາງ Shin Kyunghye ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ (ແຕ່ວັນທີ 20 – 22 ພະຈິກ), ຕາມຄຳເຊີນຂອງ ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ.

ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທີ່ບັນດາການພົບປະ, ສົນທະນາ, ການນຳ ຫວຽດນາມ ຖືວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພວມມີບັນດາເງື່ອນໄຂສະດວກທີ່ສຸດເພື່ອກຳນົດທິດວິໄສທັດຍຸດທະສາດໃໝ່ໃຫ້ແກ່ການຮ່ວມມື, ສ້າງໂອກາດພ້ອມກັນພັດທະນາ, ແມ່ນຄູ່ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ ບົນເສັ້ນທາງປະຕິບັດຄາດໝາຍ, ຄາດຫວັງພັດທະນາຂອງ 2 ປະເທດໃຫ້ປະກົດຜົນເປັນຈິງ.

ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik ປາດຖະໜາຢາກໃຫ້ອົງການສ້າງກົດໝາຍ 2 ປະເທດ ສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ການຕິດພັນຮ່ວມມືດ້ານເສດຖະກິດ 2 ປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາ 2 ປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາລະຫວ່າງ ຫວຽດນາມ - ສ.ເກົາຫຼີ.

TAG
VOV/VOVworld/ກຳ​ນົດ​ທິດ/​ວິ​ໄສ​ທັດ/​ຍຸດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ