logo

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ

2022/5/18 | 08:52:00
(VOVWORLD) -ຕອນຄ່ຳວັນທີ 17 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ກັບມາເຖິງສະໜາມບິນ ໂນ້ຍບາຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແຕ່ວັນທີ 15-17 ພຶດສະພາ.
ທ່ານປະທານສະພາ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ (ພາບ: TTXVN)

ໂດຍຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ຖີ່ຖວ້ນ ຂອງການນຳພັກ ແລະ ລັດລາວ… ທ່ານປະທານສະພາ ເວືອງດິ່ງເຫ້ວ ຕີລາຄາສູງທີ່ສຸດຕໍ່ໝາກຜົນການຢ້ຽມຢາມ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ, ຈິງໃຈ, ເປີດອົກເປີດໃຈ ແລະ ໄວ້ເນື້ອເຊື່ອໃຈເພື່ອປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ - ລາວ, ລາວ - ຫວຽດນາມ ເວົ້າລວມ. ເວົ້າສະເພາະແມ່ນການພົວພັນລະຫວ່າງສະພາແຫ່ງຊາດຂອງສອງປະເທດນັບມື້ນັບພັດທະນາ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດ ຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຫາກໍ່ໄດ້ລົງນາມຢ່າງມີປະສິດທິຜົນ, ປະກອບສ່ວນແທດຈິງ ເຂົ້າໃນການປັງປຸງ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດເຊົາ.

TAG
VOV/VOVworld/ຫວຽດນາມ - ລາວ/ການພົວພັນມິດຕະພາບ/ສະ​ພາ​ແຫ່ງ​ຊາດ/ສິ້ນ​ສຸດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ