logo

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ສອງ​ຝ່າຍ​ກັບ​ບັນ​ດາ​ການ​ນຳ​ຢູ່ນອກກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46

2025/9/17 | 10:43:26
(VOVWORLD) - ທີ່ການພົບປະກັບທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ , ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມຍິນດີຕໍ່ເລື່ອງ ຕີມໍແລັດສະເຕີ ກາຍເປັນປະເທດສະມາຊິກທີ 11 ຂອງ ອາຊຽນ ຢູ່ກອງປະຊຸມສຸດຍອດ ອາຊຽນ 47 (ເດືອນ ຕຸລາ 2025).
(ພາບ: VOV)

ຕອນເຊົ້າວັນທີ 17 ກັນຍາ, ຢູ່ Kuala Lumpur (ມາເລເຊຍ), ຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA-46), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ພົບປະກັບປະທານສະພາແຫ່ງຊາດ ກຳປູເຈຍ Khuon Sudary ແລະ ທ່ານນາງ ປະທານສະພາແຫ່ງຊາດ ຕີມໍສະເຕ Maria Fernanda Lay.

ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Khuon Sudary, ການນຳສອງທ່ານໄດ້ເຫັນດີເປັນເປັນເອກະພາບທິດທາງການຮ່ວມມືຈຳນວນໜຶ່ງໃນໄລຍະຈະມາເຖິງ, ໃນການຮັກສາການພົບປະລະຫວ່າງລັດຖະສະພາສອງປະເທດເພື່ອແລກປ່ຽນປະສົບການໃນຂົງເຂດສ້າງກົດໝາຍ, ຕິດຕາມ ແລະ ຕັດສິນໃຈບັນດາບັນຫາສຳຄັນຂອງປະເທດຊາດ, ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດອົງການສ້າງສ້າງກົດໝາຍສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ.

ທີ່ການພົບປະກັບທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ , ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມຍິນດີຕໍ່ເລື່ອງ ຕີມໍແລັດສະເຕີ ກາຍເປັນປະເທດສະມາຊິກທີ 11 ຂອງ ອາຊຽນ ຢູ່ກອງປະຊຸມສຸດຍອດ ອາຊຽນ 47 (ເດືອນ ຕຸລາ 2025). ທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ ປະກາດວ່າ ສະພາແຫ່ງຊາດ ຕີມໍແລັດສະເຕ ໄດ້ໃຫ້ສັດຕະຍາບັນສັນຍາຍົກເວັ້ນວິຊາຂອງຜູ້ມີປາດປອດການທູດ ແລະ ປຼາດປອດທາງລັດຖະການ, ທ່ານປາດຖະໜາຢາກ ໃຫ້ຫວຽດນາມ ເປີດສະຖານທູດ ປະຈຳ ຕີມໍເລັດສະເຕ ໂດຍໄວ ແລະ ຂອບອົບຂອບໃຈ ຫວຽດນາມ ຍາມໃດກໍ່ຮ່ວມມືຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ຕີມໍເລັດສະເຕ

TAG
VOV/VOVworld/ຫວຽດ​ນາມ/ຕີ​ມໍ​ແລັດ​ສະ​ເຕ/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ