logo

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບ ປະທານສະພາສູງ ແລະ ສະພາຕ່ຳ ມາເລເຊຍ

2025/9/19 | 10:39:36
(VOVWORLD) - ການນຳ 2 ທ່ານໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມາທິການ, ພົບປະແລກປ່ຽນສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ
(ທີ່ການພົບປະເຈລະຈາ)

        ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານສະພາຕ່ຳ ມາເລເຊຍ, ທີ່ນະຄອນຫຼວງ ກົວລາບຳເປີ, ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato’ Johari bin Abdul ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ.

        ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມາທິການ, ພົບປະແລກປ່ຽນສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ; ແບ່ງປັນຂໍ້ມູນ, ບົດຮຽນການສ້າງຂອບເຂດນິຕິກຳທີ່ສອດຄ່ອງໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍບັນດາເນື້ອໃນ, ຂົງເຂດຮ່ວມມືໃໝ່ ໃນຂົງເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັັ້ງ. 2 ຝ່າຍຍູ້ແຮງການຮ່ວມມືໃນການຕິດຕາມກວດກາ ປະຕິບັດບັນດາສັນຍາສາກົນ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານ 2 ປະເທດໃຫ້ມີປະສິດທິຜົນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ໄດ້ພົບປະສົນທະນາກັບທ່ານປະທານສະພາສູງ ມາເລເຊຍ Dato’ Awang Bemee Awang Ali Basah.

TAG
VOV/VOVworld/​ເນື້ອ​ໃນ/ຂົງ​ເຂດ/​ຮ່ວມ​ມື​ໃໝ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ