logo

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຂົ້າຮ່ວມເວທີປາໄສການສ້າງກົດໝາຍຄັ້ງທີ 1

2025/11/22 | 07:06:55
(VOVWORLD) - ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ, ມະຕິຫຼາຍສະບັບ, ດ້ວຍນະໂຍບາຍຊີ້ຂາດທີ່ມີລັກສະນະປະຫວັດສາດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ   ກ່າວຄຳເຫັນທີ່ເວທີປາໄສ)

        ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ການສ້າງກົດໝາຍຄັ້ງທີ 1 ດ້ວຍຫົວຂໍ້ “ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ຕອບສະໜອງຄວາມຮຽກຮ້ອງໃນການພັດທະນາປະເທດຊາດໃນທົດສະວັດໃໝ່”.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ, ມະຕິຫຼາຍສະບັບ, ດ້ວຍນະໂຍບາຍຊີ້ຂາດທີ່ມີລັກສະນະປະຫວັດສາດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການປ້ອງກັນ ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟືອຍ, ສິ່ງຫຍໍ້ທໍ້. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:

        “ຮັບປະກັນທຸກກົດໝາຍລ້ວນແຕ່ແມ່ນເລີ່ມມາຈາກຜົນປະໂຫຍດຂອງປະເທດຊາດ, ຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ. ສືບຕໍ່ປະຕິບັດຄວາມຮຽກຮ້ອງປ່ຽນແປງໃໝ່ຈິນຕະນາການໃນວຽກງານສ້າງກົດໝາຍ, ນຳລະບອບລະບຽບການກົດໝາຍໃຫ້ກາຍເປັນທ່າແຮງແກ່ງແຍ້ງ, ເປັນກຳລັງໜູນການພັດທະນາປະເທດຊາດ, ກຳນົດວ່າ ການສ້າງກົດໝາຍແມ່ນ “ຂອດບຸກທະລຸ ຂອງການບຸກທະລຸ”.

TAG
VOV/VOVworld/ປະ​ຫວັດ​ສາດ/ແກ້​ໄຂ/​ຫຍຸ້​ງ​ຍາກ/ຂໍ້​ຕິດ​ຄັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ