logo

ທ່ານປະທານາທິບໍດີ Donald Trump ຖະແຫຼງພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ

2025/9/14 | 07:25:45
(VOVWORLD) - ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະ ໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: THX/TTXVN)

ອາເມລິກາ ພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ ເມື່ອສຳພັນທະມິດທັງໝົດໃນພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ເຫັນດີ ແລະ ມີການກະທຳທີ່ຄ້າຍຄືກັນ, ກໍ່ຄືໃນທັນທີທີ່ບັນດາສະມາຊິກ ນາໂຕ ຢຸດຕິການຊື້ນ້ຳມັນຈາກ ລັດເຊຍ. ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະ ໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.

ໃນບົດຂຽນ, ທ່ານ Donald Trump ກໍ່ສະເໜີໃຫ້ ນາໂຕ, ດ້ວຍຖານະເປັນກຸ່ມໜຶ່ງ, ຄວນຈັດວາງອັດຕາພາສີແຕ່ 50 – 100% ສຳລັບ ຈີນ, ເພື່ອເຮັດໃຫ້ຜົນສະທ້ອນດ້ານເສດຖະກິດຂອງ ຈີນ ຕໍ່ກັບ ລັດເຊຍ ຫຼຸດລົງ. ຈີນ ແມ່ນໜຶ່ງໃນບັນດາປະເທດຊື້ນ້ຳມັນຂອງ ລັດເຊຍ ຫຼາຍທີ່ສຸດ. ບັນດາອັດຕາພາສີດັ່ງກ່າວຈະໄດ້ຖອນຄືນທັງໝົດພາຍຫຼັງທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ສິ້ນສຸດລົງ.

TAG
VOV/VOVworld/​​ຜ​ົນ​ສະ​ທ້ອນ/ເສດ​ຖະ​ກິດ/ຈີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ