logo

ທ່ານປະທານາທິບໍດີ Trump ພ້ອມແລ້ວທີ່ຈະປະໜິປະນອມກັບ ຈີນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ

2025/10/26 | 07:50:24
(VOVWORLD) - ທ່ານ Donald Trump ກໍ່ນາບຂູ່ວ່າຈະຈັດວາງອັດຕາພາສີ 100% ສຳລັບສິນຄ້າຂອງ ຈີນ ນັບແຕ່ເດືອນ ພະຈິກ ຖ້າຫາກວ່າປະເທດນີ້ບໍ່ຍົກເລີກບັນດາຂໍ້ຈຳກັດທີ່ເຄັ່ງຂັດສຳລັບການເຄື່ອນໄຫວສົ່ງອອກແຮ່ທາດດິນຫາຍາກຂອງປະເທດນີ້.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Evelyn Hockstein)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນທີ່ຈະເລີ່ມດຳເນີນການໄປປະຕິບັດງານຢູ່ 3 ປະເທດ ອາຊີ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະປະໜິປະນອມເພື່ອສາມາດບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ. ທ່ານກໍ່ຫວັງວ່າ ຝ່າຍ ຈີນ ຈະມີການກະທຳທີ່ຄ້າຍຄືກັນ ຖ້າບໍ່ຢາກຖືກຈັດວາງພາສີອາກອນສຳລັບສິນຄ້າທີ່ສົ່ງອອກໄປ ອາເມລິກາ ຕື່ມອີກ.

ທ່ານ Donald Trump ກໍ່ນາບຂູ່ວ່າຈະຈັດວາງອັດຕາພາສີ 100% ສຳລັບສິນຄ້າຂອງ ຈີນ ນັບແຕ່ເດືອນ ພະຈິກ ຖ້າຫາກວ່າປະເທດນີ້ບໍ່ຍົກເລີກບັນດາຂໍ້ຈຳກັດທີ່ເຄັ່ງຂັດສຳລັບການເຄື່ອນໄຫວສົ່ງອອກແຮ່ທາດດິນຫາຍາກຂອງປະເທດນີ້. ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະພົບປະກັບ ທ່ານ ສິຈິ້ນຜິງ ປະທານປະເທດ ຈີນ ຢູ່ນອກກອງປະຊຸມ APEC ທີ່ ສ.ເກົາຫຼີ ໃນອາທິດຈະມາເຖິງ.

ກໍ່ກ່ຽວຂ້ອງເຖິງບັນຫາພາສີອາກອນ, ທ່ານ Donald Trump ຈະເພີ່ມອັດຕາພາສີສຳລັບ ການາດາ ຕື່ມອີກ 10%.

TAG
VOV/VOVworld/ເຄັ່ງຂັດ​​/​ເຄື່ອນ​ໄຫວ/ແຮ່ທາດ/​ດິນ​ຫາ​ຍາກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ