logo

ທ່ານປະທານາທິບໍດີປາກິດສະຖານ ຢ້ຽມຢາມອີນເດຍ

2012/4/8 | 10:09:28
ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ຄັ້ງທຳ​ອິດ​ຂອງ​ການ​ນຳ​ປາ​ກິດ​ສະຖານ ​ເຖິງ ອີນ​ເດຍ ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ.

ທ່ານ​ປະທານາທິບໍດີປາ​ກິດ​ສະຖານ ແລະ ທ່ານ​ປະທານາທິບໍດີອີນເດຍ
( ພາບ: Reuters )

( vovworld ) – ​ ວັນ​ທີ 8/4, ທ່ານ​ປະທານາທິບໍດີປາ​ກິດ​ສະຖານ Asif Ali Zardari ​ໄດ້​ໄປ​ຢ້ຽມຢາມ​ອີນ​ເດຍ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ຄັ້ງທຳ​ອິດ​ຂອງ​ການ​ນຳ​ປາ​ກິດ​ສະຖານ ​ເຖິງ ອີນ​ເດຍ ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານາທິບໍດີ Zardari ຄາດ​ວ່າ​ຈະ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີອີນ​ເດຍ Manmohan Singh ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ສອງ​ຝ່າຍ. ພາຍຫຼັງ​ການ​ພົບ​ປະ, ທ່ານ Zardari ຈະ​ໄປ​ຢ້ຽມຢາມ​​ໂບດ​ອິດສະ​ລາມ​ແຫ່ງ​ໜື່ງ.

        ບັນດາ​ນັກ​ໃຈ​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຢ້ຽມຢາມ​ອີນ​ເດຍ ຂອງ​ທ່ານປະທານາທິບໍດີປາ​ກິດ​ສະຖານຄັ້ງ​ນີ້​ ​ໄດ້ຊີ້​ໃຫ້​ເຫັນ​​ເຖິງການ​ປົວ​ແປ່​ງ​ສາຍພົວພັນ​ລະຫວ່າງ​ສອງ​ປະ​ເທດນັບ​ແຕ່​ເຫດການ​ບຸກ​ໂຈມ​ຕີ​​ແບບກໍ​ການ​ຮ້າຍ​ຢູ່ Mumbai ​ເມື່ອ​ປີ 2008 ​ໂດຍ​ພວກ​ກະບົດ​ປາ​ກິດສຖານ​ປະຕິບັດ. ​​ແຕ່​ບັນດາ​ຜູ້​ຊ່ຽວຊານ​ໄດ້​ກ່າວ​ເຕື່ອນວ່າ, ຈະ​ບໍ່​ມີຄວາມກ້າວ​ໜ້າໃນ​ບັນດາ​ບັນຫາຫົວ​ເລື່ອງ​ສະດູ​ງ​ໄວຄື​ເຂດ​ Kashmir ຫຼື ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ກຳລັງ​ກະບົດປາ​ກິດສະຖານ ຕ້ານ​ອີນ​ເດຍ. ນີ້​ແມ່ນ​ເຫດຜົນ​ເຊິ່ງ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ກາຍ​ເປັນ​ໜື່ງ​ໃນ​ບັນດາ​ຈຸດ​ທີ່​ອັນຕະລາຍ​ທີ່​ສຸດ​ໃນ​ໂລກ.

TAG
​ອີນ​ເດຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ