logo

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ເໜີ​ຢຸດ​ຍິງ​ທາງ​ອາ​ກາດ

2025/10/6 | 09:41:53
(VOVWORLD) - ສື່ມວນຊົນ ລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບໃນສະພາບການ ມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະ ໄຟຟ້າຂອງ ຢູແກຼນ.

ວັນທີ 5 ຕຸລາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະແດງຄວາມເຊື່ອໝັ້ນຕໍ່ຄຳສັ່ງຢຸດຍິງທາງອາກາດແມ່ນສິ່ງທີ່ອາດສາມາດເປັນໄປໄດ້. ຖະແຫຼງການນີ້ໄດ້ຍົກອອກມາໃນສະພາບການລັດເຊຍ ພວມຜັນຂະຫຍາຍບັ້ນບຸກໂຈມຕີຂອບຂະໜາດໃຫຍ່ ເລັ່ງໃສ່ພື້ນຖານໂຄງລ່າງພະລັງງານຂອງ ປະເທດ ຢູແກຼນ.

ໃນບົດທີ່ໄດ້ເອົາລົງໃນຊ່ອງ Telegram, ທ່ານປະທານາທິບໍດີ Volodymyr Zelensky ຢັ້ງຢືນວ່າ ຄຳສັ່ງຢຸດຍິງພຽງລຳພັງຝ່າຍດຽວແມ່ນບໍ່ມີຄວາມເປັນໄປໄດ້ສູງ ແລະ ຄຳສັ່ງຢຸດຍິງນີ້ ອາດສາມາດເປີດເສັ້ນທາງໃຫ້ແກ່ວິທີການການທູດທີ່ແທ້ຈິງ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັນນັ້ນ, ທ່ານກໍ່ເນັ້ນໜັກຖືວ່າຕ້ອງສືບຕໍ່ເພີ່ມທະວີວຽກງານປ້ອງກັນ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງດ້ານປ້ອງກັນຊາດໂດຍໄວ, ພິເສດແມ່ນກ່ຽວກັບການປ້ອງກັນອາກາດ.

ສື່ມວນຊົນ ລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບໃນສະພາບການ ມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະ ໄຟຟ້າຂອງ ຢູແກຼນ.


TAG
VOV/VOVworld/ຢູ​ແກຼນ​/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ