logo

ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຈ​ລ​ະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ ສິ​ຈິ້ນ​ຜິງ

2025/11/25 | 10:29:25
(VOVWORLD) -  ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນຂອງທ່ານ ສິຈິ້ນຜິງ ໄປຢ້ຽມຢາມຈີນໃນເດືອນເມສາປີ 2026 ແລະ ທ່ານສີຈິ້ນຜິງ ຈະໄປຢ້ຽມຢາມ ອາເມລິກາ ໃນທ້າຍປີນີ້.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: REUTERS/Evelyn Hockstein)

ຕອນເຊົ້າວັນທີ 24 ພະຈິກ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ດຳເນີນການເຈລະຈາທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ. ພານຫຼັງການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ  Donald Trump ໄດ້ຕີລາຄາ ລົງສື່ສັງຄົມອອນໄລ Truth Social ວ່າ ການເຈລະຈາລະຫວ່າງການນຳສອງທ່ານ ໄດ້ດຳເນີນໄປ ດ້ວຍດີທີ່ສຸດ. ທ່ານ Donald Trump ໃຫ້ຮູ້ວ່າ ທ່ານເອງ ແລະ ທ່ານປະທານປະເທດ ຈີນ ສີຈິ້ງຜິງ ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ, ໄພຄ້າຂາຍ fentanyl ແລະ ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຫຼາຍຢ່າງ ພ້ອມກັບຂໍ້ຕົກລົງສະບັບໜຶ່ງທີ່ມີຜົນປະໂຫຍດໃຫ້ແກ່ ຊາວກະສິກອນອາເມລິກາ, ທ່ານເນັ້ນໜັກວ່າ ການພົວພັນຂອງສອງປະເທດມີຄວາມແໜ້ນແຟ້ນທີ່ສຸດ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນຂອງທ່ານ ສິຈິ້ນຜິງ ໄປຢ້ຽມຢາມຈີນໃນເດືອນເມສາປີ 2026 ແລະ ທ່ານສີຈິ້ນຜິງ ຈະໄປຢ້ຽມຢາມ ອາເມລິກາ ໃນທ້າຍປີນີ້. ໃນຂະນະນັ້ນ, ຕາມສື່ມວນຊົນຈີນ, ທ່ານປະທານປະເທດ ຈີນສິຈິ້ນຜິງ ໄດ້ປຶກສາຫາລືກັບ ທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາ ໄຕຫວັນ. ກ່ຽວກັບການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ, ທ່ານສີຈິ້ນຜິງ ຢັ້ງຢືນວ່າ ຈີນສະໜັບສະໜູນທຸກຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຮັດແຄບຄວາມບໍ່ລົງລອຍກັນລົງ.

TAG
VOV/VOVworld/ຫວຽດ​ນາມ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ