logo

ທ່ານປະທານເທດ ເລືອງເກື່ອງ ເດີນທາງໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80

2025/9/22 | 07:45:25
(VOVWORLD) - ຕາມແຜນການ, ທ່ານປະທານປະເທດ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ, ມີບັນດາບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືລວມຂັ້ນສຸດຍອດຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80
(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ)

        ຕອນເຊົ້າວັນທີ 22 ກັນຍາ (ຕາມເວລາ ຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນ ນິວຢອກ, ປະເທດ ອາເມລິກາ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ.

        ຕາມແຜນການ, ທ່ານປະທານປະເທດ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ, ມີບັນດາບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືລວມຂັ້ນສຸດຍອດຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ເຫດການຂັ້ນສູງທົ່ວໂລກພິເສດກ່ຽວກັບການກະທຳດິນຟ້າອາກາດ, ຜ່ານນັ້ນ ກໍ່ສົ່ງສານຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ພ້ອມກັນນັ້ນ, ທ່ານປະທານປະເທດ ຈະມີບັນດານພົບປະ 2 ຝ່າຍກັບການນຳອົງການຈັດຕັ້ງສາກົນ ແລະ ບັນດາປະເທດທີ່ເຂົ້າຮ່ວມສັບປະດາຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຄັ້ງນີ້.

TAG
VOV/VOVworld/ອົງ​ການ/​ສາ​ກົນ/​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ