logo

ທ່ານ​ປະນາ​ທິ​ບໍ​ດີ Donald Trump ປະ​ກາດ​ແຜນ​ການ 20 ຂໍ້​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

2025/9/30 | 14:42:28
(VOVWORLD) - ໃນການພົບປະກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ເມື່ອວັນທີ 29 ກັນຍາ, ທ່ານ Donald Trump ປະນາທິບໍດີ ອາເມລິກາ ໄດ້ປະກາດແຜນການ 20 ຂໍ້ເພື່ອແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ. 
ຊາວ ປາແລັດສະຕິນ ຍົກຍ້າຍໄປຍັງບ່ອນປອດໄພ (ພາບ:THX/TTXVN)

ຕາມນັ້ນແລ້ວ, ຖ້າຫາກວ່າທັງ ອິດສະຣາແອັນ ແລະ ຮາມາສ ເຫັນດີນຳກັນ, ການປະທະກັນຢູ່ເຂດ ກາຊາ ຈະຢຸດຕິລົງໃນທັນທີ. ພາຍຫຼັງ 72 ຊົ່ວໂມງທີ່ ອິດສະຣາແອັນ ເຫັນດີກັບແຜນການ, ຕົວປະກັນທຸກຄົນທັງຜູ້ທີ່ໄດ້ເສຍຊີວິດ ຫຼືຍັງມີຊີວິດຢູ່ ຈະຖືກປ່ອຍຕົວ ແລະ ແທນທີນັ້ນ, ອິດສະຣາແອັນ ຈະປ່ອຍຕົວໃຫ້ນັກໂທດ 250 ຄົນ ທີ່ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ ພ້ອມກັບຊາວ ກາຊາ 1.700 ຄົນທີ່ຖືກກັກຂັງຊົ່ວຄາວ ພາຍຫຼັງການບຸກໂຈມຕີຂອງ ຮາມາສ ເມື່ອເດືອນຕຸລາ ປີ 2023 ໃຫ້ເປັນເສລີ. ບັນດາສະມາຊິກ ຮາມາສ, ບັນດາຜູ້ທີ່ໄດ້ໃຫ້ຄຳໝັ້ນສັນຍາດຳລົງຊີວິດຮ່ວມໂດຍສັນຕິ ແລະ ມອບສົ່ງອາວຸດ ຈະໄດ້ຮັບອະໄພຍະໂທດ ຫຼືຈະໄດ້ຮັບເງື່ອນໄຂສະດວກເພື່ອໄປຍັງບັນດາປະເທດທີ່ເຫັນດີຮັບເຂົາເຈົ້າ. ພ້ອມກັນນັ້ນ, ເຄື່ອງຊ່ວຍເຫຼືອບັນເທົາທຸກຈະຖືກຂົນສົ່ງເຖິງເຂດ ກາຊາ ໃນທັນທີ.

TAG
VOV/VOVworld/ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ