logo

ທ່ານ ຟ້າມບິງມິນ ພົບປະສອງຝ່າຍ ຢູ່ນອກກອງປະຊຸມລັດຖະມົນຕີການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 51

2018/8/1 | 13:22:00

(VOVWORLD) -ວັນທີ 1 ສິງຫາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 51 (AMM-51) ຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ, ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ທ່ານ Saifuddin Abullah ລັດຖະມົນຕີການຕ່າງປະເທດ ມາເລເຊຍ ແລະ ທ່ານ  Kang Kyung – hwa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ສອງຝ່າຍໄດ້ຕີລາສູງການພົວພັນຮ່ວມມືທີ່ນັບມື້ນັບສະໜິດຕິດພັນ ແລະ ແທດຈິງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ; ພ້ອມທັງເຫັນດີນຳກັນວ່າ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ, ພາກພື້ນ ກໍຄືບັນດາກົນໄກຢູ່ອະນຸພາກພື້ນ; ເພີ່ມທະວີນ້ຳໃຈສາມັກຄີ, ບົດບາດໃຈກາງຂອງອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ບັນຫາທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ການພົບປະລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນກັບກກັບ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ 

ສ່ວນໃນການພົບປະກັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ສອງຝ່າຍໄດ້ເຫັນດີວ່າ ຈະຊຸກຍູ້ການສ້າງສຳເລັດໂຄງການເຄື່ອນໄຫວຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ໄລຍະ 2019 – 2023 ໂດຍໄວ, ໃນນັ້ນເອົາໃຈໃສ່ຍູ້ແຮງການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ສູ້ຊົນຍົກສູງວົງເງິນການຄ້າໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020 ດັ່ງຄາດໝາຍທີ່ໄດ້ວາງໄວ້.

ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ 

ທີ່ການພົບປະກັບທ່ານ Saifuddin Abullah ລັດຖະມົນຕີການຕ່າງປະເທດມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ມີຄວາມປາດຖະໜາຢາກເພີ່ມທະວີການສົມທົບລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ ໃນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງແໜ້ນແຟ້ນ. ພ້ອມທັງສະເໜີວ່າ ຝ່າຍມາເລເຊຍຈະສ້າງເງື່ອນໄຂສະດວກໃຫ້ບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມ ຄື ເຂົ້າສານ, ຜະລິດຕະພັນກະເສດ… ແລະ ຮັບສະໝັກແຮງງານຫວຽດນາມເຂົ້າມາເຮັດວຽກຢູ່ມາເລເຊຍຕື່ມອີກ.

ຫຼັງຈາກນັ້ນ,  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກໍໄດ້ມີການພົບປະກັບທ່ານ  Kang Kyung – hwa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In ເມື່ອເດືອນ ມີນາ 2018 ຜ່ານມາ.

TAG
VOV/VOVworld/ພົບ​ປະ/ສອງ​ຝ່າຍ/ລັດ​ຖະ​ມົນ​ຕີ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ