logo

ທ່ານຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ​ການສັບ​ຊ້ອນ​ໜ່ວຍ​ບໍ​ລິ​ການ​ສາ​ທາ​ລະ​ນະ ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕົວ​ຈິງ

2025/10/7 | 07:42:03
(VOVWORLD) -  ຕອນຄ່ຳວັນທີ 06 ຕຸລາ, ຢູ່ສຳນັກງານນາຍົກ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳຂອງລັດຖະບານກ່ຽວກັບການສະຫຼຸບມະຕິສະບັບເລກທີ 18 ກ່ຽວກັບການສັບຊ້ອນໜ່ວຍບໍລິການສາທາລະນະ ທີ່ຂຶ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. 
 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ ເປົ້າໝາຍຂອງມະຕິແມ່ນການເຮັດໃຫ້ກົງຈັກຂອງລະບົບການເມືອງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງລັກສະນະເປັນເຈົ້າການ, ຍົກສູງຄຸນນະພາບການອອກແຮງງານ, ເພີ່ມຄຸນນະພາບການບໍລິການສາທາລະນະ, ຮັບໃຊ້ປະຊາຊົນ, ວິສາຫະກິດ, ຫຼຸດຜ່ອນການໃຊ້ຈ່າຍງົບປະມານຂອງລັດ, ພ້ອມດຽວກັນນັ້ນ ກໍເພີ່ມລະດັບການຊົມໃຊ້ ແລະ ການເຂົ້າຮ່ວມຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງພາຍໃນ ແນະນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດການສັບຊ້ອນຫົວໜ່ວຍສະເພາະກິດ, ລັດວິສາຫະກິດ ເພື່ອແນໃສ່ເປົ້າໝາຍຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນ… ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ບົນເນື້ອໃນຈິດໃຈທີ່ວ່າຊີວິດຂອງປະຊາຊົນຕ້ອງໄດ້ຮັບການຍົກສູງຂຶ້ນ, ໃນນັ້ນ ມີການກວດ, ປິ່ນປົວພະຍາດ ແລະ ສິດໄດ້ຮ່ຳຮຽນ. ອີງໃສ່ສະພາບຕົວຈິງ, ຕ້ອງເລີ່ມມາຈາກສະພາບຕົວຈິງເພື່ອກວດສຸຂະພາບ ປິ່ນປົວພະຍາດໃຫ້ແກ່ປະຊາຊົນໃຫ້ດີທີ່ສຸດ. ຕ້ອງແບ່ງຂັ້ນໃຫ້ທ້ອງຖິ່ນ ໂດຍອີງໃສ່ເງື່ອນໄຂຕົວຈິງ. ສ່ວນເປົ້າໝາຍແມ່ນຕ້ອງຮັບປະກັນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນຢ່າງສະດວກທີ່ສຸດ, ຮັບປະກັນໃຫ້ນັກຮຽນໄດ້ໄປໂຮງຮຽນ”.

TAG
VOV/VOVworld/ສັບ​ຊ້ອນ​ໜ່ວຍ​ບໍ​ລິ​ການ​ສາ​ທາ​ລະ​ນະ/ມະ​ຕິ​ສະ​ບັບ​ເລກ​ທີ 18

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ