logo

ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂຊ​ຊວັນ​ລິກ ​ເຮ​ັດວຽກຢູ່ ລາວ

2019/12/26 | 10:31:37
(VOVWORLD) -   ຕອນບ່າຍວັນທີ 25 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງເປັນຂອງຂວັນຈາກ ພັກ - ລັດ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ. 
 ພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ (ພາບ: TTXVN)

     ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ລະດົມກໍາລັງໃຈພະນັກງານ, ວິສະວະກອນຂອງບໍລິສັດ ກໍ່ສ້າງ ຈົ່ງພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ລະດົມທຸກແຫຼ່ງກໍາລັງຢ່າງສຸດຂີດ ເພື່ອຮັບປະກັນໃຫ້ກິດຈະກໍາດັ່ງກ່າວ ໄດ້ຮັບການກໍ່ສ້າງຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນດ້ານເຕັກນິກ, ຄວາມງາມ ເພື່ອກໍ່ສ້າງສໍາເລັດໂດຍໄວ ແລະ ມອບໃຫ້ສະພາແຫ່ງຊາດລາວ ນໍາເຂົ້າໃຊ້ການໃນປີ 2020.

        ເມື່ອໄປຢ້ຽມຢາມ ບໍລິສັດໃຫຍ່ Star Telecom (UNITEL) ເຊິ່ງເປັນວິສາຫະກິດທີ່ຮ່ວມທຸລະກິດ ລະຫວ່າງ ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບ ບໍລິສັດ ໂທລະຄົມມະນາຄົມ ລາວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ສະເໜີໃຫ້ພະນັກງານ, ພາລະກອນ UNITEL ຈົ່ງສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ, ຍູ້ແຮງການດໍາເນີນທຸລະກິດ, ເປິດກວ້າງຕະຫຼາດ ຕິດພັນກັບການຍົກສູງຄຸນນະພາບຂອງຜະລິດຕະພັນ; ເອົາໃຈໃສ່ເຖິງວຽກງານສັງຄົມ ເພື່ອປົວແປງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຄວາມສະຫງົບປອດໄພໃຫ້ແກ່ປະເທດລາວຫຼາຍກວ່າອີກ.


TAG
VOV/VOVworld/ບໍລິສັດໃຫຍ່ Star Telecom/ປ້ອງກັນປະເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ