logo

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບກິລາ ຄັ້ງທີ 8

2025/10/16 | 11:02:01
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຢືນຢັນທັດສະນະລຸລ່ວງຂອງ ຫວຽດນາມ ແມ່ນຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແຫຼ່ງກຳລັງ, ກຳລັງໜູນຂອງການພັດທະນາ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມລັດຖະມົນຕີກິລາຄັ້ງທີ 8 ອາຊຽນ, ດ້ວຍຫົວຂໍ້: “ກຳນົດທິດກິລາປະກອບສ່ວນພັດທະນາແບບຍືນຍົງ”.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຢືນຢັນທັດສະນະລຸລ່ວງຂອງ ຫວຽດນາມ ແມ່ນຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແຫຼ່ງກຳລັງ, ກຳລັງໜູນຂອງການພັດທະນາ. ຍຸດທະສາດພັດທະນາກິລາ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ກຳນົດ: ສ້າງພື້ນຖານກິລາໃຫ້ພັດທະນາແບບຍືນຍົງ, ເປັນມືອາຊີບ. ໃນຕະຫຼອດກວ່າ 30 ປີຜ່ານມາ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ອາຊຽນ ສ້າງບັນດາກົນໄກຮ່ວມມື, ໃນນັ້ນກິລາຍາມໃດກໍ່ແມ່ນຂົງເຂດທີ່ໃກ້ຊິດ, ແທດຈິງ, ມີກຳລັງແຜ່ຂະຫຍາຍ.

        “ດ້ວຍຈິດໃຈສາມັກຄີ, ຮ່ວມມື, ພັດທະນາແບບຍືນຍົງ, ຫວຽດນາມ ປາດຖະໜາວ່າ ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ຢຸດຢູ່ການແລກປ່ຽນບົດຮຽນເທົ່ານັ້ນ, ຫາກຍັງແລກປ່ຽນບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາເປົ້າໝາຍບຸລິມະສິດກ່ຽວກັບການພັດທະນາກິລາ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນທີ່ໄດ້ຍົກອອກມາໃນວິໄສທັດປະຊາຄົມ ອາຊຽນ 2045”.

        ກອງປະຊຸມຈະຮັບຮອງເອົາ 3 ຖະແຫຼງການຮ່ວມ: AMMS-8, AMMS+ຍີ່ປຸ່ນຄັ້ງທີ 5 ແລະ AMMS+ຈີນ ຄັ້ງທີ 2.

TAG
VOV/VOVworld/ຍຸດ​ທະ​ສາດ/​ພັດ​ທະ​ນາ/​ກິ​ລາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ