logo

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ, ລາວ

2020/2/20 | 09:17:00
(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ກ່ຽວກັບການຮ່ວມມືຮັບມື COVID - 19 ຈັດຕັ້ງຢູ່ ນະຄອນຫຼວງ ວຽງຈັນ, ຕອນບ່າຍວັນທີ 19 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ມີການພົບປະກັບ ທ່ານ ຫວາງ ອີ້ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃຫ້ເປັນຢ່າງດີ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ.

ກ່ຽວກັບບັນຫາຢູ່ທະເລ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັບ  ຈີນ ແລະ ບັນດາປະເທດຊອກຫາມາດຕະການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ສ້າງຄວາມສະດວກເພື່ອເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ບັນລຸໄດ້ໝາກຜົນຢ່າງແທດຈິງ, ເໝາະສົມກັບກົດໝາຍສາກົນ.

ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ຈະຕັ້ງໜ້າສົມທົບກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນບັນດາໂຄງການການຮ່ວມມືລະຫ່ວາງສອງປະເທດ ແລະ ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ  ແລະ ທ່ານສະເຫລີມໄຊ ກົມມະສິດ  ລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: VGP)

ທີ່ການພົບປະສອງຝ່າຍກັບ ທ່ານສະເຫລີມໄຊ ກົມມະສິດ  ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງຜົນການເຄື່ອນໄຫວການຕ່າງປະເທດສຳຄັນຂອງປະເທດທີໄດ້ດຳເນີນໃນມໍ່ໆມານີ້; ເຫັນດີຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫ່ວາງສອງກະຊວງການຕ່າງປະເທດໄລຍະ 2014-2020; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສພື້ນຖານ ແລະ ສາກົນ, ເປັນຕົ້ນແມ່ນໃນປີ 2020 ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນຂະນະທີ່ ລາວ ແມ່ນປະເທດເຈົ້າພາບຂອງຫຼາຍກົນໄກອະນຸພື້ນຖານ ແມ່ຂອງ ສຳຄັນ ແລະ ແມ່ນປະເທດປະສານງານການພົວພັນ ອາຊຽນ - ອາເມລິກາ.

TAG
VOV/VOVworld/ພົບປະສອງຝ່າຍ/ອະນຸພື້ນຖານ/ເວທີປາໄສ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ