logo

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາສູງວຽກງານຮັບມືກັບຝົນຕົກ, ນ້ຳຖ້ວມຢູ່ນະຄອນ ເຫ້ວ

2025/10/29 | 09:45:54
(VOVWORLD) - ຕາມການສະຖິຕິໃນເບື້ອງຕົ້ນ, ມີຜູ້ເສຍຊີວິດ 1 ຄົນ, ຜູ້ຫາຍສາບສູນ 1 ຄົນ, ກວ່າ 200.000 ຄອບຄົວບໍ່ມີໄຟຟ້າໃຊ້ຊົ່ວຄາວ.
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປກວດກາ, ເຮັດວຽກກັບການນຳນະຄອນ ເຫ້ວ)

        ຕອນບ່າຍວັນທີ 28 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປກວດກາ, ເຮັດວຽກກັບການນຳນະຄອນ ເຫ້ວ ກ່ຽວກັບວຽກງານຮັບມືກັບຝົນຕົກ, ນ້ຳຖ້ວມຄັ້ງໃຫຍ່ ເກີດຂຶ້ນຢູ່ບໍລິເວນແຕ່ວັນທີ 25 – 28 ຕຸລາ.

        ທີ່ການເຮັດວຽກ, ທ່ານ ຟານທຽນດິ້ງ, ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ໃຫ້ຮູ້ວ່າ, ຕາມການສະຖິຕິໃນເບື້ອງຕົ້ນ, ມີຜູ້ເສຍຊີວິດ 1 ຄົນ, ຜູ້ຫາຍສາບສູນ 1 ຄົນ, ກວ່າ 200.000 ຄອບຄົວບໍ່ມີໄຟຟ້າໃຊ້ຊົ່ວຄາວ. ກຳລັງປະກອບອາວຸດໄດ້ລະດົມພະນັກງານ, ນັກຮົບເກືອບ 3.000 ຄົນ ແລະ ພະນັກງານຕຳຫຼວດ 2.000 ຄົນ ພ້ອມກັບທະຫານລາດ, ສະມາຊິກຊາວໜຸ່ມນັບໝື່ນເທື່ອຄົນເຂົ້າຮ່ວມການຍົກຍ້າຍປະຊາຊົນ, ກູ້ໄພກູ້ຊີບ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ທ້ອງຖິ່ນ ສືບຕໍ່ເສີມຂະຫຍາຍຈິດໃຈນີ້, ກະກຽມໃຫ້ແກ່ການຮັບມືກັບການຜັນແປຄັ້ງຕໍ່ໄປຂອງສະພາບຝົນຕົກ, ນ້ຳຖ້ວມທີ່ສັບສົນເຊິ່ງຈະແກ່ຍາວໃນ 2 – 3 ວັນຈະມາເຖິງ.

        ໃນຂະນະນັ້ນ, ຢູ່ນະຄອນ ດ່ານັ້ງ, ໃນຊຸມມື້ຜ່ານມາ, ສະພາບນ້ຳແກ່ງຢູ່ບັນດາແມ່ນ້ຳຂຶ້ນສູງ, ກໍ່ໃຫ້ເກີດນ້ຳຖ້ວມຢູ່ເຂດຈາກນະຄອນ ດ່ານັ້ງ ໄປເຖິງບັນດາເຂດທາງທິດເໜືອແຂວງ ກວາງງ້າຍ, ມີເຮືອນນັບພັນຫຼັງຖືກນ້ຳຖ້ວມເລິກ.

TAG
VOV/VOVworld/ລະ​ດົມ​/ພະ​ນັກ​ງານ/ນັກ​ຮົບ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ