logo

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ​​ປະ​ຊຸມຢູ່ກອງ​ບັນ​ຊາ​ການ​ແນວ​ໜ້າ ເພື່ອ​ຜັນ​ຂະ​ຫຍາຍ​ການ​ຮັບ​ມື​ກັບ​ພາ​ຍຸ Kalmaegi ໂດຍ​ດ່ວນ​

2025/11/6 | 09:09:08
(VOVWORLD) - ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸ Kalmaegi (ພາຍຸຫົວທີ 13) ແບບເຊິ່ງໜ້າສົມທົບທາງໄກ.
ກອງປະຊຸມ ຂອງກອງບັນຊາການແນວໜ້າກ່ຽວກັບວຽກງານປ້ອງກັນ, ຕ້ານ ແລະ ຮັບມືກັບພາຍຸ Kalmaegi 
(ພາບ: VGP)

ຕອນເຊົ້າວັນທີ 06 ພະຈິກ, ຢູ່ກອງບັນຊາການແນວໜ້າຢູ່ ກອງບັນຊາການທະຫານແຂວງ ຢາລາຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການຮັບມືກັບພາຍຸ Kalmaegi (ພາຍຸຫົວທີ 13) ແບບເຊິ່ງໜ້າສົມທົບທາງໄກ. ກ່ອນໜ້ານັ້ນ, ໃນວັນທີ 5 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີໂທລະເລກທາງການຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນ ແຂວງ, ນະຄອນ - ຫົວໜ້າກອງບັນຊາການປ້ອງກັນພົນລະເຮືອນຂັ້ນແຂວງ ຊີ້ນຳການສຳຫຼວດກວດກາ, ສ້າງ, ບູລະນະ, ໃຫ້ສັດຕະຍາບັນແຜນການຮັບມືກັບພາຍຸ Kalmaegi ໃນບໍລິເວນ, ໃນນັ້ນ ຢັ້ງຢືນລະອຽດບັນດາກໍລະນີເກີດໄພທຳມະຊາດ, ບັນດາເຫດທີ່ອາດສາມາດເກີດຂຶ້ນ, ບັນດາເຂດຈຸດສຸມສຳຄັນ.

TAG
VOV/VOVworld/ພາ​ຍຸ/Kalmaegi/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ