logo

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ວຽກງານປ້ອງກັນ, ຕ້ານພາຍຸ Kalmaegi ຕ້ອງຕັ້ງໃນສະພາບຮີບດ່ວນ

2025/11/5 | 07:30:14
(VOVWORLD) - ການນຳບັນດາທ້ອງຖິ່ນ, ຄື: ດ່ານັ້ງ, ກວາງງ້າຍ, ເຫ້ວ, ກວາງຈີ້ ໄດ້ລາຍງານວຽກງານກະກຽມການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໃຫ້ອອກຈາກເຂດອັນຕະລາຍ.
(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ)

“ວາງວຽກງານປ້ອງກັນ, ຕ້ານພາຍຸ Kalmaegi (ລຸກທີ 13) ໃນສະພາບ “ຮີບດ່ວນກວ່າ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳການປ້ອງກັນຕົວພົນລະເມືອງແຫ່ງຊາດ ທີ່ກອງປະຊຸມທາງໄກ ກ່ຽວກັບວຽກງານຮັບມືກັບພາຍຸ Kalmaegi, ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 05 ພະຈິກ, ຢູ່ສຳນັກງານລັດຖະບານ.

ທີ່ກອງປະຊຸມ, ການນຳບັນດາທ້ອງຖິ່ນ, ຄື: ດ່ານັ້ງ, ກວາງງ້າຍ, ເຫ້ວ, ກວາງຈີ້ ໄດ້ລາຍງານວຽກງານກະກຽມການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໃຫ້ອອກຈາກເຂດອັນຕະລາຍ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ບັນດາທ້ອງຖິ່ນຕ້ອງເຮັດວຽກກັບກອງທັບໃນທັນທີ ເພື່ອຢັ້ງຢືນກຳລັງ, ຈຳນວນ, ພາຫະນະເພື່ອຮັບມື.

“ວຽກງານຍົກຍ້າຍປະຊາຊົນໃຫ້ອອກຈາກເຂດອັນຕະລາຍຕ້ອງປະຕິບັດສຳເລັດກ່ອນເວລາ 19 ໂມງຂອງວັນທີ 06 ພະຈິກ ຢູ່ເຂດແຄມທະເລທີ່ນ້ຳທະເລຂຶ້ນສູງ ແລະ ບັນດາເຂດພູສູງ, ເຂດຖືກຕັດແຍກ, ເຊາະເຈືອນ. ປະຈຸບັນ, ຕ້ອງຍົກຍ້າຍປະຊາຊົນຢູ່ 2 ເຂດແມ່ນເຂດນ້ຳທະເລຂຶ້ນສູງ ແລະ ເຂດນ້ຳແຄມທະເລຖືກຜົນສະທ້ອນໂດຍກົງຂອງພາຍຸ, ເຂດທີ່ກ່ຽວຂ້ອງຕະຫຼອດຮອດເຂດພູສູງຖືກຕັດແຍກ”.

TAG
VOV/VOVworld/ດ່ານັ້ງ/ກວາງ​ງ້າຍ/ເຫ້ວ/ກວາງ​ຈີ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ