logo

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ຢູ່ ອາຟະລິກາໃຕ້

2019/11/4 | 07:57:23
(VOVWORLD) -ໂດຍສືບຕໍ່ການປະຕິບັດງານຢູ່ ບັນດາປະເທດອາຟະລິກາ, ຕອນບ່າຍວັນທີ 4 ພະຈິກ(ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Pretoria, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ມີການພົບປະ ແລະ ຢື້ຢາມຖາມຂ່າວບັນດາພະນັກງານ ການທູດ, ພໍ່ແມ່ພີນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ພົບປະ ກັບບັນດາພະນັກງານ ການທູດ, ພໍ່ແມ່ພີນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ (ພາບ: VGP)

ນະທີ່ນີ້, ໃນການລາຍງານກ່ຽວກັບສະພາບການພາຍໃນປະເທດ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເສດຖະກິດມະຫາພາກ ສືບຕໍ່ມີສະຖຽນລະພາບ, ການເຕີບໂຕດ້ານເສດຖະກິດຢູ່ລະດັບສູງ, ໄພເງິນເຟີ້ ໄດ້ຄວມຄຸມຢູ່ໃນລະດັບຕ່ຳ, ຊີວິການເປັນຢູ່ຂອງປະຊາຊົນ ໄດ້ຮັບການຮັບປະກັນ, ທີ່ຕັ້ງບົດບາດຂອງປະເທດໄດ້ຮັບການຍົກສູງ ຢູ່ພາກພື້ນ ກໍ່ຄືໃນໂລກ.

ສຳລັບອາຟະລິກາເວົ້າລວມ ແລະ ອາຟະລິກາໃຕ້ເວົ້າສະເພາະ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ ແຜນນະໂຍບາຍຂອງ ລັດຖະບານ ຫວຽດນາມ ແມ່ນຍູ້ແຮງການຮ່ວມມືກ່ຽວກັບການຄ້າ, ການລົງທຶນກັບບັນດາປະເທດ ອະຟາລິກາ, ໃນນັ້ນມີ ອະຟາລິກາໃຕ້ ແລະ ຖືນີ້ແມ່ນຂົງເຂດຈຸດສຸມໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານ ເວືອງດິ່ງເຫ້ວ ກໍ່ສະເໜີໃຫ້ພໍ່ແມ່ນພີນ້ອງ, ບັນດາວິສາຫະກິດ ແລະ ແຮງງານ ຫວຽດນາມ ທີ່ເຮັດວຽກຢູ່ ອາຟະລິກາໃຕ້, ປະຕິບັດຕາມກົດໝາຍຂອງປະເທດປະຈຳຖິ່ນຢ່າງເຂັ້ມງວດ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຮອບດ້ານກ່ວາອີກ.

TAG
VOV/VOVworld/ຫວຽດ​ນາມ/ອາຟະລິກາໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ