logo

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ລົງກວດການຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ ແຄງຮວ່າ

2025/11/19 | 07:10:00
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງລະດົມກຳລັງ, ພາຫະນະຢ່າງສຸດຂີດ, ສົມທົບກັນເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາໃຫ້ໄວທີ່ສຸດໃນ 2 ມື້ຈະມາເຖິງ
(ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບຕົວຈິງ)

        ຕໍ່ກັບຄວາມສ່ຽງຖືກນ້ຳຖ້ວມ, ນ້ຳໄຫຼຊຸຢູ່ບັນດາແຂວງ,  ນະຄອນ ແຕ່ນະຄອນ ເຫ້ວ ໄປຮອດແຂວງ ແຄັງຮວ່າ, ຕອນຄ່ຳວັນທີ 18 ພະຈິກ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດສະພາບການດິນເຊາະເຈື່ອນຕົວຈິງ ແລະ ຊີ້ນຳປະຕິບັດວຽກງານຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ແຂວງ ແຄງຮວ່າ ຢ່າງຮີບດ່ວນ.

        ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງລະດົມກຳລັງ, ພາຫະນະຢ່າງສຸດຂີດ, ສົມທົບກັນເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາໃຫ້ໄວທີ່ສຸດໃນ 2 ມື້ຈະມາເຖິງ, ຮັບປະກັບຄວາມປອດໄພໃຫ້ແກ່ປະຊາຊົນ ກໍຄືກຳລັງປະຕິບັດໜ້າທີ່ຢ່າງເດັດຂາດ.

        “ຊັ່ງຊາວິວັດການເຄື່ອນໄຫວຂອງໜອງເກັບນ້ຳໃຫ້ລະອຽດ, ສຸມໃສ່ຮັບປະກັນຄວາມປອດໄພ. ສະເໜີໃຫ້ທາງແຂວງ ຈັດແບ່ງວຽກງານບັນດາຄະນະປະຕິບັດງານຕ້ອງລົງຮາກຖານຕົວຈິງ, ຊີ້ນຳນຳພາ, ຮັບມືຢ່າງທັນການ. ຄາດວ່າ ໃນ 2 ມື້ຈະມາເຖິງສືບຕໍ່ເກີດຝົຕົກໜັກ”.

        ເນື່ອງໃນໂອກາດນີ້, ທ່ານກໍ່ມອບເງິນຈາກແຫຼ່ງງົບປະມານສຳຮອງຂອງສູນກາງປີ 2025 ຈຳນວນ 50 ຕື້ດົ່ງ, ໜູນຊ່ວຍງົບປະມານໃຊ້ຈ່າຍຮີບດ່ວນໃຫ້ແຂວງ ແຄງຮວ່າ ເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາຍ້ອນຝົນຕົກ, ນ້ຳຖ້ວມ

TAG
VOV/VOVworld/​ຝົນ​ຕົກ/ນ້ຳ​ຖ້ວມ​/ແຄງ​ຮວ່າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ