logo

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຢາ​ລາຍ ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Kalmaegi

2025/11/9 | 10:23:02
(VOVWORLD) - ຕາມບົດລາຍງານຂອງແຂວງ, ພາຍຸລູກ 13 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ທ້ອງຖິ່ນ, ມີ 2 ຄົນເສຍຊີວິດ, 8 ຄົນຖືກບາດເຈັບ, ເສຍຫາຍທາງດ້ານວັດຖຸຄາດວ່າປະມານ 204 ລ້ານ USD. 
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນຄ່ຳວັນທີ 8 ພະຈິກ, ຢູ່ສຳນັກງານຄະນະກຳມະການປະຊາຊົນ ແຂວງ ຢາລາຍ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳແຂວງກ່ຽວກັບວຽກງານຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi (ພາຍຸລູກ 13). ຕາມບົດລາຍງານຂອງແຂວງ, ພາຍຸລູກ 13 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ທ້ອງຖິ່ນ, ມີ 2 ຄົນເສຍຊີວິດ, 8 ຄົນຖືກບາດເຈັບ, ເສຍຫາຍທາງດ້ານວັດຖຸຄາດວ່າປະມານ 204 ລ້ານ USD. ລັດຖະບານ ໄດ້ຕັດສິນໃຈໜູນຊ່ວຍໂດຍດ່ວນເງິນເປັນຈຳນວນ 3,26 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນຖືກຜົນສະທ້ອນ, ໃນນັ້ນມີ ຢາລາຍ ແລະ ດັກລັກແຕ່ລະແຂວງແມ່ນ 1,22 ລ້ານ USD. ທາງແຂວງຢາລາຍກໍ່ໄດ້ເປັນເຈົ້າການໜູນຊ່ວຍປະຊາຊົນມີເຮືອນຖືກພັງຖະລົ່ມ, ສ້ອນຊ້ອນບ່ອນຢູ່ຊົ່ວຄາວຢູ່ບັນດາຮາກຖານຂອງກຳລັງປະກອບອາວຸດ, ສະໜອງອາຫານການກິນຢ່າງພຽງພໍ, ຮັບປະກັນຊີວິດການເປັນຢູ່ ແລະ ເງື່ອນໄຂຮ່ຳຮຽນໃຫ້ແກ່ນັກຮຽນ. ຂະແໜງໄຟຟ້າພາກກາງ ພວມມານະພະຍາຍາມພື້ນຟູຕາໜ່າງໄຟຟ້າ, ສູ້ຊົນຮອດວັນທີ 9 ພະຈິກ ສະໜອງໄຟຟ້າຄືນໃໝ່.

TAG
VOV/VOVworld/ພາ​ຍຸ Kalmaegi

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ