logo

ທ່ານຮອງ​ນາ​​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟິກ ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ລາວ

2025/11/13 | 10:18:45
(VOVWORLD) - ປະຈຸບັນ, ສອງຝ່າຍພວມຕັ້ງໜ້າກວດກາຄືນໝາກຜົນການປະຕິບັດບັນດາເນື້ອໃນຂອງກອງປະຊຸມຄັ້ງທີ 47 ເພື່ອກະກຽມໃຫ້ແກ່ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ຈະຈັດຂຶ້ນໃນໄລຍະທີ່ຈະມາເຖິງ.

   ໃນຂອບເຂດການຢ້ຽມຢາມ ລາວແຕ່ວັນທີ 12-13 ພະຈິກ, ຕອນບ່າຍວັນທີ 12 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ພົບປະກັບທ່ານເລຂາທິການໃຫ່ຍ ປະທານປະເທດ ລາວ ທອງລຸນ ສີສຸລິດ.

  ນະທີ່ນີ້, ທ່ານຮອງນາຍັກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ໃຫ້ຂ່າວກ່ຽວກັບໝາກຜົນການພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ. ສອງຝ່າຍໄດ້ຕີລາຄາຮອບດ້ານສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ກວດກາຄືນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ແລກປ່ຽນມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດ ສົມທົບກັນຢ່າງແໜ້ນແຝ້ນ, ຕັດສິນໃຈນຳການພົວພັນ ຫວຽດນາມ-ລາວ ພັດທະນາຢ່າງແທ້ຈິງ, ຍືນຍົງໃນໄລຍະໃໝ່. ສອງຝ່າຍໄດ້ເຫັນດີບາງເນື້ອໃນຈຸດສຸມ ແລະ ກຸ່ມມາດຕະການໃຫ່ຍສຳລັບໂຄງການລະອຽດຈຳນວນໜຶ່ງ. ປະຈຸບັນ, ສອງຝ່າຍພວມຕັ້ງໜ້າກວດກາຄືນໝາກຜົນການປະຕິບັດບັນດາເນື້ອໃນຂອງກອງປະຊຸມຄັ້ງທີ 47 ເພື່ອກະກຽມໃຫ້ແກ່ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ຈະຈັດຂຶ້ນໃນໄລຍະທີ່ຈະມາເຖິງ.

TAG
VOV/VOVworld/ທ່ານຮອງ​ນາ​​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟິກ/​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ