logo

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ: ຫາຍ​ຟ່ອງແມ່ນຂົ້ວເຕີບ​ໂຕສຳ​ຄັນຂອງທົ່ວປະເທດ

2025/9/12 | 10:35:00
(VOVWORLD) - ຫາຍຟ່ອງ ສວມບົດບາດຍຸດທະສາດສຳລັບພື້ນຖານເສດຖະກິດແຫ່ງຊາດ, ແມ່ນ 1 ໃນ 3 ຂົ້ວ ຂະຫຍາຍຕົວຫຼັກຂອງທົ່ວປະເທດ, ການໂຮມເຂົ້າກັບ ຫາຍເຢືອງ ໄດ້ເປີດພື້ນທີ່ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາຢ່າງກ້າວກະໂດດ, ສ້າງປັດໄຈເພື່ອ ໃຫ້ນະຄອນ ສືບຕໍ່ບຸກທະລຸ, ປະຕິບັດສຳເລັດບັນດາເປົ້າໝາຍເສດຖະກິດ-ສັງຄົມ ທີ່ສຳຄັນຕ່າງໆ.

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟີກ ຢັ້ງຢືນຄືດັ່ງກ່າວ ທີ່ການເຮັດວຽກກັບນະຄອນຫາຍຟ່ອງ, ໃນຕອນບ່າຍວັນທີ 11/09 ຢູ່ສູປະຊຸມ - ການສະແດງນະຄອນ.

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟີກ

ບົດລາຍງານຂອງນະຄອນໄດ້ສະແດງໃຫ້ເຫັນວ່າ ບັນດາຕົວເລກເສດຖະກິດ-ສັງຄົມໃນ 8 ເດືອນ ທີ່ຜ່ານມາ ລ້ວນແຕ່ບັນລຸໄດ້ລະດັບສູງ ເມື່ອທຽບກັບ ມາດຖານລວມ ທົ່ວປະເທດ. GRDP 6 ເດືອນ ຕົ້ນປີ ເພີ່ມຂຶ້ນ 11,2 % ເມື່ອທຽບກັບໄລຍະດຽວກັນ. ດັດຊະນີການຜະລິດອຸດສາຫະກຳ (IIP) 8 ເດືອນ ເພີ່ມຂຶ້ນ 11,51 %. ຍອດວົງເງິນສົ່ງອອກ ບັນລຸໄດ້ 31,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 6,25 %

ກ່ຽວກັບທິດທາງພັດທະນາໃນໄລຍະຈະມາເຖິງ, ທ່ານຮອງນາຍົກ ຮຽກຮ້ອງໃຫ້ນະຄອນຕ້ອງພັດທະນາຕິດພັນກັບບັນດາເສົາຄໍ້າຫຼັກ, ເຊັ່ນ: ອຸດສາຫະກຳທ່າກຳປັ່ນທະເລ, ການຂົນສົ່ງ, ທາງນ້ຳພາຍໃນປະເທດ; ຍູ້ແຮງການພັດທະນາອຸດສາຫະກຳປຸງແຕ່ງ, ປະດິດ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດທາງທະເລ; ພັດທະນາການບໍລິການ, ການຄ້າ, ການທ່ອງທ່ຽວ, ການຫັນເປັນດິຈິຕອນ, ນະວັດຕະກຳ.

TAG
VOV/VOVworld/ຫາຍ​ຟ່ອງ/GRDP/ຂົ້ວ​ເຕີບ​ໂຕ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ