logo

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມໂດ໊ບ໊າຕິໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາກົດໝາຍສະພາແຫ່ງຊາດລາວ

2019/7/5 | 09:14:01
(VOVWORLD) -ໃນເວລາທີ່ຈະມາເຖິງສະພາແຫ່ງຊາດສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍກໍ່ຄືປະຕິບັດພາລະບົດບາດໃນການຕິດຕາມກວດກາແລະ ຕັດສິນບັນດາບັນຫາສຳຄັນຕ່າງຂອງປະເທດຊາດ.
ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໊າຕິ ຕ້ອນຮັບທ່ານຫົວໜ້າສະຖາບັນ ຄຳເຜີຍ ປານມາໄລທອງ (ພາບ: quochoi.vn)

ຕອນບ່າຍວັນທີ 4 ກໍລະກົດ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດໂດ໊ບ໊າຕິໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາກົດໝາຍສະພາແຫ່ງຊາດລາວໂດຍທ່ານຫົວໜ້າສະຖາບັນ ຄຳເຜີຍປານມາໄລທອງເປັນຫົວໜ້າຄະນະ, ທີ່ກຳລັງຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ເໜັ້ນໜັກວ່າ: ໃນຊຸມເດືອນຕົ້ນປີ 2019, ສອງປະເທດໄດ້ມີການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ພິເສດແມ່ນການພົບປະຢ້ຽມຢາມໄມຕີຈິດມິດຕະພາບຢ່າງເປັນທາງການຂອງທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງສສຫວຽດນາມຫງວຽນຝູ໊ຈ້ອງໃນເດືອນກຸມພາ 2019. ທ່ານນາງປະທານສະພາແຫ່ງຊາດລາວປານີຢາທໍ່ຕູ້ກໍ່ໄດ້ມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມໃນຕົ້ນເດືອນມີນາ 2019. ສະພາແຫ່ງຊາດຂອງສອງປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນລົງເລິກກ່ຽວກັບ ບົດຮຽນໃນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະແມ່ນຢູ່ໃນຂົງເຂດການຄຸ້ມຄອງທີ່ດິນ, ດຶງດູດແຫຼ່ງເງິນລົງທຶນ, ຄຸ້ມຄອງງົບປະມານລັດ ຢູ່ຂັ້ນທ້ອງຖິ່ນ, ຄຸ້ມຄອງການພັດທະນາການທ່ອງທ່ຽວ…. ຢູ່ນະຄອນຫຼວງຮ່າໂນ້ຍແລະເລິມດົ່ງ. ທ່ານຮອງປະທານສະພາແຫ່ງຊາດໂດ໊ບ໊າຕິມີຄວາມປາດຖະໜາວ່າໃນເວລາທີ່ຈະມາເຖິງສະພາແຫ່ງຊາດສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍກໍ່ຄືປະຕິບັດພາລະບົດບາດໃນການຕິດຕາມກວດກາແລະ ຕັດສິນບັນດາບັນຫາສຳຄັນຕ່າງຂອງປະເທດຊາດ.

ທ່ານຫົວໜ້າສະຖາບັນຄຳເຜີຍປານມາໄລທອງ ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອ, ແບ່ງປັນຂອງຝ່າຍຫວຽດນາມກ່ຽວກັບການບຳລຸງສ້າງທັກສະໃຫ້ແກ່ສະມາຊິກສະພາແຫ່ງຊາດ; ຢັ້ງຢືນວ່າດ້ວຍຕຳແໜ່ງໜ້າທີ່ວຽກງານຂອງຕົນຈະມານະພະຍາຍາມຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍ, ປະກອບສ່ວນຍົກການພົວພັນລະຫວ່າງສະພາແຫ່ງຊາດແລະບັນດາສຳນັກງານອົງການວິຊາສະເພາະຂອງສອງສະພາແຫ່ງຊາດໃຫ້ສູງກວ່າອີກ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

ໃນວັນດຽວກັນ, ທ່ານເລຮ໋າຍເຢືອງຮອງຫົວໜ້າສະຖາບັນຄົ້ນຄ້ວານິຕິກຳຂຶ້ນກັບຄະນະປະຈຳສະພາແຫ່ງຊາດກໍ່ໄດ້ເປັນປະທານການພົບປະເຈລະຈາກັບຄະນະປະຕິບັດງານສະຖາບັນຄົ້ນຄ້ວານິຕິກຳສະພາແຫ່ງຊາດລາວເຊັ່ນດຽວກັນ.

TAG
VOV/VOVworld/ນິຕິບັນຍັດ/ກົດໝາຍ/ສະພາແຫ່ງຊາດ/ນິຕິກໍາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ