logo

ທ່ານຮອງປະທານສະພາແຫ່ງຊາດ ເລມິນຮວານ ພົບປະກັບຫົວໜ້າຄະນະລັດຖະສະພາ ເອີລົບ

2025/9/18 | 10:53:12
(VOVWORLD) - ທ່ານ ເລມິນຮວານ ປາດຖະໜາວ່າ, ສະຫະພາບ ເອີລົບ (ອີຢູ) ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA)
(ທີ່ການພົບປະ)

        ຕອນເຊົ້າວັນທີ 18 ກັນຍາ, ຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເລມິນຮວານ ໄດ້ພົບປະກັບທ່ານຫົວໜ້າລັດຖະສະພາເອີລົບ Woute Beke.

        ທີ່ການພົບປະ, ທ່ານ ເລມິນຮວານ ປາດຖະໜາວ່າ, ສະຫະພາບ ເອີລົບ (ອີຢູ) ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA), ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ ໂດຍໄວ, ໜູນຊ່ວຍການຜັນຂະຫຍາຍບັນດາຂໍ້ກຳນົດກ່ຽວກັບການຕ້ານການທຳລາຍປ່າຂອງ ອີຢູ ກໍຄືວິວັດທະນາການສ້າງປະຊາຄົມ ອາຊຽນ, ສ້າງບັນດາແຜນການກະທຳ ອາຊຽນ - ອີຢູ ກັບບັນດາຍຸດທະສາດຮ່ວມມືຂອງ ອາຊຽນ ໃຫ້ມີຄວາມສະໜິດຕິດພັນກັນຫຼາຍກວ່າອີກ.

        ສ່ວນທ່ານ Woute Beke ເນັ້ນໜັກເຖິງການຜັນຂະຫຍາຍສັນຍາການຄ້າເສລີ ອີຢູ - ຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ປະສິດທິຜົນ ແລະ ໃຫ້ຮູ້ວ່າ ສັນຍານີ້ແມ່ນຕົວຢ່າງທີ່ເປັນແບບຢ່າງໃກ້ແກ່ການເຈລະຈາລະຫວ່າງ ອີຢູ ກັບບັນດາຄູ່ຮ່ວມມືອື່ນ.

TAG
VOV/VOVworld/​ຂໍ້​ກ​ຳ​ນົດ​/​ຕ້ານ​ການ​ທຳ​ລາຍ​ປ່າ​/​ແບບ​ຢ່າງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ