logo

ທ່ານເລຂາທິການໃຫຍ່ ນາໂຕ ປະຕິເສດຄຳເຫັນແຍກ ອີຢູ ອອກຈາກ ອາເມລິກາ ໃນຂົງເຂດປ້ອງກັນຊາດ

2025/12/28 | 11:22:31
(VOVWORLD) - ທ່ານ Mark Rutte ຖືວ່າ ເອີລົບ ຕ້ອງແບກຫາບໜ້າທີ່ຢ່າງໃຫຍ່ຫຼວງກວ່າສຳລັບຄວາມໝັ້ນຄົງຂອງຕົນ, ລວມທັງລາຍຈ່າຍການປ້ອງກັນຊາດ
ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ
(ພາບ: REUTERS/Yves Herman)

ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ ໄດ້ປະຕິເສດບັນດາຄຳຮຽກຮ້ອງຈາກການນຳ ເອີລົບ ຈຳນວນໜຶ່ງໂດຍຖືວ່າ ຕ້ອງແຍກດ້ານການທະຫານອອກຈາກ ອາເມລິກາ, ເນັ້ນໜັກວ່າ ວໍຊິງຕັນ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບ ອີຢູ.

ທ່ານ Mark Rutte ຖືວ່າ ເອີລົບ ຕ້ອງແບກຫາບໜ້າທີ່ຢ່າງໃຫຍ່ຫຼວງກວ່າສຳລັບຄວາມໝັ້ນຄົງຂອງຕົນ, ລວມທັງລາຍຈ່າຍການປ້ອງກັນຊາດ, ແຕ່ເນັ້ນໜັກສິ່ງດັ່ງກ່າວຕ້ອງໄດ້ປະຕິບັດພ້ອມກັບການຮ່ວມມືກັບ ອາເມລິກາ, ຫາກບໍ່ແມ່ນຢູ່ນອກຂອບເຂດຂ້າມມະຫາສະໝຸດ ປາຊີຟິກ. ທ່ານເນັ້ນໜັກວ່າ, ອາເມລິກາ ຈະສືບຕໍ່ເຂົ້າຮ່ວມດ້ານການທະຫານຢູ່ ເອີລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນກັບພັນທະມິດ. ທ່ານກໍ່ເນັ້ນວ່າ ກຳລັງແຮງດ້ານເສດຖະກິດ ແລະ ການທະຫານຂອງພັນທະມິດດ້ານປ້ອງກັນຊາດສ່ວນຫຼາຍແມ່ນຍັງຢູ່ນອກ ອີຢູ, ກ່ອນອື່ນໝົດແມ່ນຢູ່ ອາເມລິກາ, ສິ່ງນີ້ເຮັດໃຫ້ການຮ່ວມມືຂ້າມມະຫາສະໝຸດ ປາຊີຟິກ ກາຍເປັນສິ່ງທີ່ຂາດບໍ່ໄດ້ໃນສະພາບການປະຈຸບັນ.

TAG
VOV/VOVworld/​ຄຳໝັ້ນ/​ສັນ​ຍາ​/ພັນ​ທະ​ມິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ