logo

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ

2021/6/29 | 07:47:51
(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບ
ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ
(ພາບ: TTXVN)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.

        ທີ່ການພົບປະ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ເນັ້ນໜັກວ່າ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທຳອິດເພື່ອໄປຢ້ຽມຢາມໃນຖານະດຳລົງຕຳແໜ່ງເລຂາທິການໃຫຍ່, ປະທານປະເທດລາວ, ອີກຄັ້ງໜຶ່ງໄດ້ເປັນການຢັ້ງຢືນນ້ຳໃຈສັດຊື່ບໍລິສຸດຜຸດຜ່ອງ, ອົບອຸ່ນ ແລະ ສະໜິດແໜ້ນລະຫວ່າງ 2 ຊາດ. ອະດີດການນຳ 2 ທ່ານເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ນຳໜ້າແມ່ນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ປະເທດ ລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າອີກ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຍົກສູງທີ່ຕັ້ງບົດບາດຂອງ 2 ປະເທດ ລາວ - ຫວຽດນາມ ບົນເວທີສາກົນ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດຈະນັບມື້ນັບພັດທະນາໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ; ທ່ານຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

TAG
VOV/VOVworld/​ສັນ​ຖະ​ວະ​ໄມ​ຕີ/ທອງ​ລຸນ ສີ​ສຸ​ລິດ/​ປະ​ຊາ​ຊົນ/ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ