logo

ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ

2019/12/26 | 07:47:00
(VOVWORLD) -ຮຸ່ນໜຸ່ມຂອງສອງຊາດຈະສືບທອດມູນເຊື້ອຂອງບັນດາລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ.
ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ (ພາບ: TTXVN) 

ໃນການຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ ໄດ້ດຳເນີນໃນຕອນບ່າຍ ວັນທີ 25 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢັ້ງຢືນວ່ານ້ຳໃຈມິດຕະພາບລະຫວ່າງ ລາວ-ຫວຽດນາມ ແມ່ນໝັ້ນຄົງຂະໜົງແກ່ນ ແລະ ເຊື່ອໝັ້ນວ່າ, ຮຸ່ນໜຸ່ມຂອງສອງຊາດຈະສືບທອດມູນເຊື້ອຂອງບັນດາລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່ງສອງຊາດ ລາວ-ຫວຽດນາມ.

ທ່ານນາງ ຫງວຽນເຟຶອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ  ໄດ້ຊົມເຊີຍບັນດາຜົນງານໃຫຍ່ຫຼວງເຊິ່ງປະຊາຊົນ ລາວ ບັນລຸໄດ້ການສ້າງສາ ແລະ ພັດທະນາປະເທດຊາດ ແລະ ອວຍພອນປະຊາຊົນ ລາວ ໃຫ້ບັນລຸໄດ້ຜົນງານອັນໃຫຍ່ຫຼວງກ່ວາເກົ່າຕື່ມອີກ, ເພຶ່ອສ້າງສາປະເທດ ລາວ ໃຫ້ນັບມື້ນັບພັດທະນາ.

ທ່ານນາງ ຫງວຽນເຟຶອງງາ ຢັ້ງຢືນວ່າປະຊາຊົນ ຫວຽດນາມ ຈະສືບຕໍ່ພ້ອມກັບປະຊາຊົນ ລາວ ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລາວ-ຫວຽດນາມ  ໃຫ້ນັບມື້ນັບສະໜິດຕິດພັນກັນ ແລະ ພັດທະນາ

TAG
VOV/VOVworld/ອະດີດທະຫານອາສາສະໝັກ/ປະຊາຊົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ