logo

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

2019/3/5 | 12:20:33
(VOVWORLD) -ສະພາແຫ່ງຊາດລາວ ຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ,ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືສະບັບຕ່່າງໆລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ.

ຕອນບ່າຍວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ນໍາໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ (ພາບ:TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ, ກໍຄືບັນດາກໍາມາທິການສະພາແຫ່ງຊາດເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນ, ຖອດຖອນບົດຮຽນເຊິ່ງກັນແລະກັນໃຫ້ຫຼາຍກວ່າອີກ ເພື່ອພ້ອມກັນປະຕິບັດບົດບາດເປັນອົງການນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນຂອງປະເທດໃຫ້ເປັນຢ່າງດີ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສອງສະພາແຫ່ງຊາດ. ສອງຝ່າຍເພີ່ມທະວີການຕິດຕາມ, ກວດກາ, ເລັ່ງລັດ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັບທັງບັນດາວິສາຫະກິດໃນການຜັນຂະຫຍາຍປະຕິບັດຖະແຫຼງການຮ່ວມສະບັບຕ່າງໆລະຫວ່າງ ຫວຽດນາມ - ລາວ ແລະ ຂໍ້ຕົກລົງສະບັບຕ່າງໆລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ.

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບຊາບ ກ່ຽວກັບບັນດາໝາກຜົນການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ໝາກຜົນຂອງການປຶກສາຫາລື, ເຮັດວຽກ ແລະ ແລກປ່ຽນບົດຮຽນກັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ສະພາແຫ່ງຊາດລາວ ຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ,ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືສະບັບຕ່່າງໆລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ.

TAG
VOV/VOVworld/ອົງການນິຕິບັນຍັດ/ສະພາແຫ່ງຊາດ/ກໍາມາທິການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ